ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວ

20200828SDG20200828SDG1

20200828SDG3

ໃນວັນທີ 28 ສິງຫາ 2020, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວ, ທີ່ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC),ນະຄອນຫຼວງວຽງຈັນ, ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ. ກອງປະຊຸມມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມທັງໝົດຫຼາຍກ່ວາ 120 ທ່ານ.

ກອງປະຊຸມໃນຄັ້ງນີ້ເປັນຄັ້ງທໍາອິດທີ່ ກອງເລຂາ ປພຍ ແຫ່ງຊາດ ໄດ້ຈັດຕັ້ງການເຜີຍແຜ່ວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວ, ໂດຍມີຈຸດປະສົງເພື່ອເຜີຍແຜ່-ໂຄສະນາ, ສ້າງຄວາມຮັບຮູ້ ແລະ ສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ເພື່ອຍົກລະດັບຄວາມເຂົ້າໃຈກ່ຽວກັບວຽກງານ ປພຍ ໃຫ້ແກ່ຂະແໜງການກ່ຽວຂ້ອງໃຫ້ຫຼາຍຂື້ນ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງເປັນການຮັດແໜ້ນການປະສານງານ ແລະ ການຮ່ວມມືລະຫ່ວາງພາກລັດ ແລະ ພາກເອກະຊົນ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ປພຍ ຢູ່ປະເທດເຮົາ ກໍຄືພັດທະນາເສດຖະກິດ-ສັງຄົມແຫ່ງຊາດອີກດ້ວຍ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການຮ່ວມມືຂອງທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນການມີສ່ວນຮ່ວມຂອງ ພາກເອກະຊົນ ແລະ ບັນດາຫົວໜ່ວຍທຸລະກິດ ຊຶ່ງເປັນຂະແໜງການໜຶ່ງທີ່ມີພາລະບົດບາດສໍາຄັນ ບໍ່ພຽງແຕ່ດ້ານການສະໜອງທຶນຮອນເທົ່ານັ້ນ ແຕ່ຍັງເປັນຄູ່ຮ່ວມພັດທະນາທີ່ສໍາຄັນໃນການຈັດຕັ້ງປະຕິບັດ ປພຍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຂະແໜງການດັ່ງກ່າວຍັງເປັນຂະແໜງການຫຼັກທີ່ຂັບເຄື່ອນການເຕີບໃຫ່ຍຂະຫຍາຍຕົວຂອງເສດຖະກິດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວບັນດາເຜົ່າພາຍໃນປະເທດ, ຊຶ່ງນັບວ່າເປັນປັດໄຈສໍາຄັນໃນການປະກອບສ່ວນສ້າງເງື່ອນໄຂຊ່ວຍປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ກອງປະຊຸມໃນຄັ້ງນີ້ຍັງໄດ້ເປັນເວທີສົນທະນາ ແລະ ປະກອບຄໍາເຫັນ ພາຍໃຕ້ຫົວຂໍ້ ພວກເຮົາຈະສາມາດຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ, ລວມທັງການປະກອບສ່ວນຂອງພາກເອກະຊົນໄດ້ແນວໃດ ເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ?, ໂດຍມີຜູ້ຕາງໜ້າຈາກ ກອງເລຂາ ປພຍ ແຫ່ງຊາດ, ກົມສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກສະມາຄົມທຸລະກິດ ແລະ ກຸ່ມທຸລະກິດ, ສະພາການຄ້າ ແລະ ອຸດສາຫະກໍາ, ນັກເຜີຍແຜ່-ໂຄສະນາ ປພຍ ແຫ່ງຊາດ ແລະ ຊ່ຽວຊານທີ່ປຶກສາ ໄດ້ຮ່ວມໂອ້ລົມສົນທະນາ ແລະ ຜູ້ເຂົ້າຮ່ວມກໍ່ໄດ້ແລກປ່ຽນຄໍາເຫັນຢ່າງຟົດຟື້ນ.

ການຈັດກອງປະຊຸມໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງກົນໄກການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ພາຍຫຼັງໄດ້ມີການຮັບຮອງເອົງວາລະ 2030 ເພື່ອການພັດທະນາແບບຍືນຍົງ​ຂອງ ອົງການ ສປຊ ໃນປີ 2015, ຊຶ່ງການຈັດຕັ້ງປະຕິບັດ ປພຍ ແມ່ນໜ້າທີຂອງທຸກໆຄົນໃນສັງຄົມຕ້ອງເຂົ້າຮ່ວມ ແນໃສ່ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນທົ່ວສັງຄົມ ​ແລະ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງການບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ລັດຖະບານແຫ່ງ ສປປ ລາວ ໄດ້ວາງແນວທາງນະ​ໂຍບາຍເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກສ່ວນກ່ຽວຂ້ອງເຂົ້າໃນຂະບວນການສ້າງສາພັດທະນາປະເທດຊາດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485511
ມື້ນີ້16
ມື້ວານ196
ອາທິດນີ້547
ເດືອນນີ້4816