ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວມອບຫຼຽນກາມິດຕະພາບ ໃຫ້ແກ່ ຮອງຜູ້ຕາງໜ້າຂອງ ອົງການ UNDP ປະຈຳ ສປປ ລາວ

 

20200825 DHofUNDP-1

20200825 DHofUNDP-2

ໃນຕອນບ່າຍຂອງ ວັນທີ 25 ສິງ​ຫາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫຼຽນກາ ມິດຕະພາບໃຫ້ແກ່ ທ່ານ ບາ​ລາ​ສຸບຣາ​ມາ​ນຽນ ມູ​ລາ​ລີ (Balasubramaniam Murali), ຮອງຜູ້ຕາງໜ້າຂອງ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວໃນໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ. ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບໃນຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີການເຂົ້າຮ່ວມຂອງພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ, ຜູ້​ຕາງ​ໜ້າ​ຫ້ອງ​ການ​ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ ແລະ ອົງ​ການ​ເຄືອ​ຂ່າຍ ສ​ປ​ຊ ປະ​ຈຳ ສ​ປ​ປ ລາວ ເຂົ້າ​ຮ່ວມ. ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄ​າ​ສູງຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານໃນ​ໄລ​ຍະ​ຜ່ານ​ມາ ​ຂອງ​ທ່ານ ບາ​ລາ​ສຸບຣາ​ມາ​ນຽນ ມູ​ລາ​ລີ, ທີ່​ໄດ້​ປະ​ກອບ​ສ່ວນ​ເສີ​ມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື ແລະ ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ໃນ​ດ້ານ​ຕ່າງໆ​ຂອງ​ອົງ​ການ UNDP ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ທາງ​ດ້ານ​ການ​ພັດ​ທະ​ນາ​ຢູ່   ສ​ປ​ປ ລາວ. ດັ່ງ​ນັ້ນ, ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຈຶ່ງ​ໄດ້​ຕົກ​ລົງ​ຍ້ອງ​ຍໍປະ​ດັບ​ຫຼຽນ​ການ​ມິດ​ຕະ​ພາບ ເພື່ອ​ເປັນ​ການ​ ຈາ​ລຶກ​ຜົນ​ງານ​ການ​ປະ​ກອບ​ສ່ວນ​ໃນ​ການ​ສ້າງ​ສາພັດ​ທະ​ນາ ຢູ່ ສ​ປ​ປ ລາວ ຂອງ​ຜູ້​ກ່ຽວ. ພ້ອມ​ດຽວ​ກັນ, ທ່ານ ບາ​ລາ​ສຸບຣາ​ມາ​ນຽນ ມູ​ລາ​ລີກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຕໍ່ລັດຖະບານລາວ ຕະລອດໄລຍະການປະຕິບັດໜ້າທີ່ຂອງທ່ານ ໃນໄລຍະເວລາ 4 ປີ ທີ່ຜ່ານມາ, ພ້ອມທັງ ຢືນຢັນຈະສືບຕໍ່ປະກອບສ່ວນຊຸກຍູ້ໃຫ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນຮ່ວມມືຂອງອົງການ UNDP ໃຫ້ແກ່ ສປ ລາວ ໃນຕໍ່ໜ້າ.

ອົງ​ການ UNDP ປະ​ຈຳ ສ​ປ​ປ ລາວ ແມ່ນ​ອົງ​ການເຄືອ​ຂ່າຍ​ຂອງ​ອົງ​ການ ສ​ປ​ຊ ໜຶ່ງ​ທີ່​ມີ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຢູ່ ສ​ປ​ປ ລາວ ໃນ​ດ້ານ​ຕ່າງໆ​ຕະຫຼອດ​ມາ ໂດຍ​ສະ​ເພາະ​ແມ່ນ​ການ​ສຸມ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ລືບ​ລ້າງ​ຄວາ​ມ​ທຸກ​ຍາກ​ຢູ່​ຂັ້ນ​ທ້ອງ​ຖິ່ນ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງຫຼວງຫຼາຍ​ທາງ​ດ້ານ​ທຶນ​ຮອນ ແລະ​ ວິ​ຊາ​ການ​ໃຫ້​ແກ່​ການ​ຊ່ວຍ​ເຫຼືອ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ປັດ​ຈຸ​ບັນ ອົງ​ການ UNDPໄດ້​ສຸມ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ເປົ້າ​ໝາຍ ປ​ພຍ ຢູ່ ສ​ປ​ປ ລາວ​ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຕິດ​ພັນ​ເຖິງ ປ​ພຍ ກ່ຽວ​ກັບ​ການ​ລືບ​ລ້າງ​ຄວາມ​ທຸ​ກ​ຍາກ, ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ແກ້​ໄຂ​ບັນ​ຫາລະ​ເບີດບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່     ສ​ປປ​ ລາວ (UXO) ແລະ ອື່ນໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485697
ມື້ນີ້202
ມື້ວານ196
ອາທິດນີ້733
ເດືອນນີ້5002