ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງພາກເໜືອ

 

20200820 SDGsMeeting 1

20200820 SDGsMeeting 2

 

ໃນວັນທີ 20 ສິງຫາ 2020, ທີ່ເມືອງໄຊ, ແຂວງອຸດົມໄຊ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກເໜືອ ຊຶ່ງລວມມີ: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ໄຊຍະບູລີ, ຫຼວງພະບາງແລະອຸດົມໄຊ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສົມຈິດ ປັນຍາສັກ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກການ ແລະ ເມືອງພາຍໃນແຂວງອຸດົມໄຊ ພ້ອມດ້ວຍຂະແໜງການກ່ຽວຂ້ອງອ້ອມຂ້າງຈາກບັນດາ 8 ແຂວງພາກເໜືອ ເຂົ້າຮ່ວມທັງໝົດປະມານ 200 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເພີ່ມທະວີການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງ ຂອງພາກລັດ ກ່ຽວກັບຄວາມໝາຍຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມທັງ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ຄະນະຜູ້ແທນ ຈາກບັນດາແຂວງພາກເໜືອ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ, ສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາແລະເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX (2021 - 2025),ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍ ດ້ານການພັດທະນາທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານ ກ່ຽວກັບການຈັດຕັ້ງປະຕິບັດຫຼັກການຂອງຖະແຫຼງການວຽງຈັນວ່າດ້ວຍການເປັນຄູ່ຮ່ວມງານເພື່ອການພັດທະນາທີ່ມີປະສິທິພາບ (2016 - 2025). ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຈັດພາກປຶກສາຫາລື (Panel Discussion)ເພື່ອເປັນເວທີ ແລະ ສ້າງກາລະໂອກາດໃຫ້ແກ່ການສົນທະນາ ແລະ ຮັບຟັງກ່ຽວກັບຄວາມພະຍາຍາມຂອງທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະດ້ານການພັດທະນາແຫ່ງຊາດ ລວມເຖິງການແລກປ່ຽນວຽກງານຕົວຈິງ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການພັດທະນາ.

ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ຊື່ງເປັນການປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາພະນັກງານ ທີ່ວາງແຜນພັດທະນາໃນລະດັບທ້ອງຖິ່ນ ຢູ່ແຂວງພາກເໜືອ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູ່ງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນານັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.

ສຳລັບການຈັດກອງປະຊຸມເຜີຍແຜ່ໃຫ້ແກ່ບັນດາ 8 ແຂວງພາກເໜືອ ໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ພາຍໃຕ້ໂຄງການລາວ/033 ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ຊກພ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ (Strengthening the Effectiveness of ODA Management in Lao PDR) .

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480227
ມື້ນີ້57
ມື້ວານ157
ອາທິດນີ້625
ເດືອນນີ້6458