ວັນທີ 13 ເມສາ 2018, ຢູ່ທີ່ບາງກອກ,ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ພ.ສ 2560 ແລະ ຕ້ອນຮັບວັນ ຂຶ້ນປີໃໝ່ ພ.ສ 2561 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນແລະເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ຕໍ່ການພົວພັນອັນດີງາມຂອງສອງຊາດ ລາວ-ໄທ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ; ປະທານສະມາຄົມລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ; ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ; ກົງສຸນໃຫຍ່ລາວປະຈໍາຂອນແກ່ນ, ເຈົ້າໜ້າທີ່ສໍານັກພະຣາຊະວັງ,ບັນດາພະນັກງານສະຖານທູດ, ພ້ອມດ້ວຍແຂກທີ່ມີກຽດທັງ ພາກລັດ-ເອກະຊົນທັງລາວ ແລະ ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.
ໃນໂອກາດອັນສະຫງ່າລາສີນີ້, ສະຖານທູດ ໄດ້ຈັດພິທີບາສີສູ່ຂວັນເພື່ອເປັນສີລິມຸງຄຸນໃນໂອກາດວັນຂຶ້ນປີໃໝ່ລາວ ແລະ ເພື່ອອວຍພອນໄຊປີໃໝ່ຊຶ່ງກັນແລະກັນ, ເຊິ່ງໃນພິທີ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບກຽດຂຶ້ນກ່າວອວຍພອນໄຊປີໃໝ່ແດ່ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ແຂກທີ່ເຂົ້າຮ່ວມພ້ອມທັງ ອວຍພອນໃຫ້ສາຍພົວພັນລະຫວ່າງສອງປະເທດລາວ-ໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆໄປ.
ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ກ່າວຄໍາເຫັນວ່າ: “ການສະເຫຼີມສະຫຼອງບຸນປີໃໝ່ ພສ 2561 ຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດ ທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ, ເຊິ່ງເປັນບ້ານໃກ້ເຮືອນຄຽງແລະ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ, ສາດສະໜາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນນັ້ນ ພວມເບັ່ງບານ ແລະ ກ້າວຂຶ້ນສູ່ລະດັບທີ່ດີງາມ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການພົບປະຢ້ຽມຢາມຊຶ່ງກັນແລະກັນໃນຫຼາຍລະດັບ: ທັງພາກລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນ ເຮັດໃຫ້ການຮ່ວມມືສອງຝ່າຍ ທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະທຳ-ສັງຄົມ ແລະ ດ້ານການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ ເພື່ອເຊື່ອມໂຍງເຂົ້າຫາກັນນັ້ນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງ ເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ໄທ ສາມາດເດີນທາງໄປຢ້ຽມຢາມທ່ອງທ່ຽວ ແລະ ທຳບຸນກຸສົນຮ່ວມກັນ ໄດ້ຢ່າງສະດວກສະບາຍ.
ທ່ານທູດ ແສງ ຍັງສະແດງຄວາມຮູ້ບຸນຄຸນ ຕໍ່ພະຣາຊະວັງ, ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານ ເຊັ່ນ: ບັນດາໂຄງການພະຣາຊະດຳຣິຂອງສົມເດັດພະເທບ, ການຮ່ວມມືທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະທຳສັງຄົມ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.