ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

 

PMreceivedJp 1

PMreceivedJp 2

PMreceivedJp 3

 

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊຶຈິຢະ ຊິນາໂກະ (Hon. Ms. TSUCHIYA Shinako), ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10-12 ມັງກອນ 2024.

 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ເຊິ່ງຈະຊ່ວຍຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ລາວ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ແຄມຝັ່ງທະເລ ທາງພາກຕາເວັນຕົກສ່ຽງເໜືອຂອງຍີ່ປຸ່ນ ໃນວັນທີ 01 ມັງກອນ 2024 ແລະ ເຫດການເຮືອບິນຕໍາກັນ ທີ່ ສະໜາມບິນສາກົນ ຮາເນດະ ໃນວັນທີ 02 ມັງກອນ 2024 ຜ່ານມາ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ລາວ ກໍ່ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ລັດຖະບານລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດບູລິມະສິດ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ພື້ນຖານໂຄງລ່າງ, ການເກັບກູ່ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ແລະ ອື່ນໆ ກໍ່ຄື ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ນີ້. ພິເສດແມ່ນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ແລະ ໂຄງການສະໜັບສະໜູນທຶນ ເພື່ອຈັດຊື້ອຸປະກອນກົນຈັກໜັກ ເພື່ອສ້ອມແປງຖະໜົນກົນທາງທີ່ເປ່ເພຈາກໄພພິບັດທຳມະຊາດ, ເຊິ່ງຈະເປັນສັນຍາລັກສໍາຄັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ທີ່ຈະມາເຖິງນີ້. ໃນໂອກາດປີທ່ອງທ່ຽວລາວ 2024 ນີ້, ໂດຍຜ່ານ ທ່ານ ນ. ຊຶຈິຢະ ຊີນາໂກະ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຊີນຊວນນັກທ່ອງທ່ຽວຍີ່ປຸ່ນ ມາທ່ອງທ່ຽວລາວໃຫ້ຫຼາຍຂຶ້ນ ພ້ອມທັງເຊີນຊວນບັນດານັກລົງທຶນ ແລະ ບໍລິສັດຂອງຍີ່ປຸ່ນ ໃຫ້ເຂົ້າມາລົງທຶນ ແລະ ຮ່ວມມືດ້ານຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ເພື່ອກະຕຸກຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ພົ້ນເດັ່ນຍິ່ງຂຶ້ນ.

 

ໃນໂອກາດດຽວກັນ, ທ່ານ ນາງ ຊຶຈິຢະ ຊິນາໂກະ, ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້. ພ້ອມນັ້ນ, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່ງສອງສະພາແຫ່ງຊາດ ຍີ່ປຸ່ນ-ລາວ ແມ່ນມີຄວາມຈິງໃຈແລກປ່ຽນນຳກັນ ແລະ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນບັນດາໂຄງການ ທີ່ຝ່າຍລາວ ໄດ້ສະເໜີ ລັດຖະບານຍີ່ປຸ່ນ ພິຈາລະນາ, ໂດຍສະເພາະແມ່ນການຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາ ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ; ພ້ອມທັງ ການພັດທະນາຊັບພະຍາກອນມະນຸດແມ່ນມີຄວາມສຳຄັນຫຼາຍ ຈຶ່ງຈະສືບຕໍ່ສະເໜີລັດຖະບານຍີ່ປຸ່ນ ເພີ່ມທຶນການສຶກສາໃຫ້ແກ່ຊາວໜຸ່ມນັກສຶກສາລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486961
ມື້ນີ້197
ມື້ວານ157
ອາທິດນີ້623
ເດືອນນີ້354