ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພິທີປະກາດແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ໃຫມ່

 

NewMofaLeaders1

 

NewMofaLeaders5

ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລະຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ໃຫມ່

 

NewMofaLeaders6

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ໃຫມ່

 

NewMofaLeaders3

ທ່ານ ໄມບົວ ໄຊຍະວົງ, ເປັນຫົວຫນ້າກົມເອີຣົບ ແລະ ອາເມຣິກາ

 

NewMofaLeaders4

ພະນັກງານ ເຂົ້າຮັບອຸດໜູນບຳນານ

 

ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2021, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນການຈັດຕັ້ງ ຂອງຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າກົມ ແລະ ປະກາດອະນຸມັດໃຫ້ພະນັກງານ-ລັດຖະກອນ ພັກຜ່ອນທາງລັດຖະການ ເພື່ອເຂົ້າຮັບບຳນານ , ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ-ຄະນະນຳກະຊວງ, ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານນຳພາຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີຄະນະຈັດຕັ້ງກະຊວງໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານ ພັກການ-ເຂົ້າຮັບອຸດໜູນບຳນານ ຈຳນວນ 26 ທ່ານ. ຕໍ່ຈາກນັ້ນ ທ່ານ ສີອຳພອນ ຈັນລາສີ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 135/ຄລສພ, ລົງວັນ 21 ມິຖຸນາ 2021 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 440/ນຍ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 441/ນຍ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ, ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ດຳລັດແຕ່ງຕັ້ງ ທ່ານ ໄມບົວ ໄຊຍະວົງ, ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມເອີຣົບ-ອາເມຣິກາ ຂຶ້ນເປັນຫົວໜ້າກົມເອີຣົບ-ອາເມຣິກາ.

ໃນພິທີສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ເຂົ້າຮັບອຸດໜູນບຳນານ ແລະ ໃຫ້ທິດຊີ້ນຳແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່. ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງຕໍ່ຜົນງານແລະ ຄຸນງາມ ຄວາມດີ ຂອງພະນັກງານ ທີ່ໄດ້ອຸທິດເຫືອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄືການເຄື່ອນໄຫວໃນເວທີສາກົນ. ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ນອກນັ້ນສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ແລະ ຫົວໜ້າ ທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

 

FMlaorussian1

 

FMlaorussian2

 

FMlaorussian3

 

FMlaorussian4

 

FMlaorussian7

 

FMlaorussian5

 

 

 

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 7 ກໍລະກົດ 2021 ຢູ່ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາຫາລື​ ກັບ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021.

ອ່ານເພີ່ມເຕີມ... 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ ສະໄໝພິເສດ (ແບບທາງໄກ)

 

ASEAN-RUSSIAfm1

 

ASEAN-RUSSIAfm2

 

ໃນຕອນບ່າຍຂອງວັນທີ 6 ກໍລະກົດ 2021 ທີ່ ກະຊວງການຕ່າງປະເທດ,ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດ ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ ແລະ ທ່ານ ນາງ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດຂອງ ອິນໂດເນເຊຍ.ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490313
ມື້ນີ້79
ມື້ວານ261
ອາທິດນີ້1512
ເດືອນນີ້3706