ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລື ລະດັບສູງ ດ້ານນະໂຍບາຍ ໃນໂອກາດຄົບຮອບ 25 ປີ ອາເຊັມ

2021622-m-asem3

2021622-m-asem1

2021622-m-asem2

2021622-m-asem4

ໃນວັນທີ 22 ມິຖຸນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລື ລະດັບສູງ ດ້ານນະໂຍບາຍ ໃນໂອກາດຄົບຮອບ 25 ປີ ອາເຊັມ ຜ່ານລະບົບທາງໄກ ໃນຫົວຂໍ້: ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອາຊີ-ເອີຣົບ ໃນໂລກແຫ່ງການປ່ຽນແປງ, ທີ່ ກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຕ່າງປະເທດອາເຊັມ, ນັກວິທະຍາກອນ ແລະ ຜູ້ຊ່ຽວຊານ ຈາກບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນຕ່າງໆ ເຊັ່ນ: ສະຫະປະຊາຊາດ, ເວທີເສດຖະກິດໂລກ ແລະ ອື່ນໆ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືແລກປ່ຽນແນວທາງນະໂຍບາຍ ແລະ ຄໍາຄິດເຫັນ ກ່ຽວກັບ ການຮ່ວມມືລະຫວ່າງສອງພາກພື້ນ ອາຊີ ແລະ ເອີຣົບ ໃນສະພາບທີ່ໂລກມີການປ່ຽນແປງຢ່າງໄວວາ ແລະ ສ້າງວິໄສທັດໃຫ້ແກ່ການຮ່ວມມື ອາຊີ-ເອີຣົບ ທີ່ເຂັ້ມແຂງ ໃນທົດສະວັດຕໍ່ໜ້າ. ນອກຈາກນີ້, ຍັງໄດ້ປຶກສາຫາລື ໃນຫຼາຍໆຫົວຂໍ້ສໍາຄັນ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາແບບຍືນຍົງ.

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄໍາເຫັນໃນພາກເປີດກອງປະຊຸມ ໂດຍເນັ້ນໃສ່ ການຮ່ວມມືລະຫວ່າງສອງພາກພື້ນ ອາຊີ-ເອີຣົບ ໃນໄລຍະຫຼາຍກວ່າ 2 ທົດສະວັດ ຜ່ານມາ, ເຊິ່ງເຫັນວ່າ ຂອບການຮ່ວມມືດັ່ງກ່າວ ຍັງສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນ ເພື່ອສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງພາກພື້ນ ບົນພື້ນຖານຄວາມເທົ່າທຽມກັນ ແລະ ມີຜົນປະໂຫຍດຮ່ວມກັນ ແລະ ໄດ້ຍົກໃຫ້ເຫັນຜົນສໍາເລັດຈາກບັນດາໂຄງການ ແລະ ກິດຈະກໍາຕ່າງໆ ຂອງກອງທຶນອາຊີ-ເອີຣົບ ທີ່ໄດ້ປະກອບສ່ວນເຂົ້າໃນຂອບການຮ່ວມມືອາເຊັມ ແລະ ການເພີ່ມທະວີການຮ່ວມມືໃນ 3 ເສົາຄໍ້າທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ ແລະ ວັດທະນະທໍາ-ສັງຄົມ. ໃນໂອກາດນີ້, ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາເຊັມ ທີ່ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນໃນການສະໜອງວັກແຊັງຕ້ານໂຄວິດ-19 ໂດຍຜ່ານໂຄງການ COVAX ແລະ ກອງທຶນອາຊີ-ເອີຣົບ, ສະໜອງອຸປະກອນການແພດ ແລະ ນໍາສົ່ງຊ່ຽວຊານ ເພື່ອມາຊ່ວຍຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ໄດ້ເນັ້ນເຖິງການສືບຕໍ່ສົງເສີມການຮ່ວມມືລະຫວ່າງ ຄູ່ຮ່ວມມືອາເຊັມ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດແບບຍືນຍົງ ຂອງອາຊີ-ເອີຣົບ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490304
ມື້ນີ້70
ມື້ວານ261
ອາທິດນີ້1503
ເດືອນນີ້3697