ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ໃນຮູບແບບທາງໄກ

202163-m-br1

202163-m-br2

202163-m-br3

202163-m-br4

 

ໃນວັນທີ 23 ມິຖຸນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ທີ່​ຈັດ​ຂຶ້ນໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ (Promoting Cooperation on Combating the Pandemic for Sustainable Recovery”), ໂດຍການເປັນປະທານຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ. ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດຂອງປະເທດຄູ່ຮ່ວມມື ແລະ ຕາງໜ້າອົງການຈັດຕັ້ງສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ-ປາຊີຟິກ.

ກອງປະຊຸມໄດ້ແລກຄຳ​ຄິດ​ເຫັນ ກ່ຽວກັບ ການສະກັດກັ້ນ, ເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ປຶກສາ​ຫາລືຜົນ​ກະທົບ ​ແລະ ມາດ​ຕະການ​ແກ້​ໄຂສິ່ງທ້າທາຍຕ່າງໆທີ່ເກີດຈາກພະຍາດດັ່ງກ່າວ ​​ເປັນຕົ້ນ​ແມ່ນ​ການ​ຮ່ວມ​ມືການສະໜອງວັກແຊັງໃຫ້ພຽງພໍ ແລະ ທົ່ວເຖິງ ລວມໄປເຖິງ ມາດ​ຕະການ​ຊ່ວຍ​ເຫລືອ​ຂະ​ແຫນງ​ເສດຖະກິດ ​ຂະຫນາດ​ນ້ອຍ ​ແລະ ຂະຫນາດ​ກາງ ຕ່າງໆທີ່​ໄດ້ຮັບຜົນ​ກະທົບ​ຢ່າງ​ຫນັກຫນ່ວງຈາກການ​ແຜ່​ລະບາດ​ພະຍາ​ດ​ໂຄ​ວິດ-19 ​ໃນ​ຊຸມ​ປີຜ່ານມາ. ​ພ້ອມດຽວ​ກັນ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ປຶກສາ​ຫາລື​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ຫນ້າ ໂດຍ​ເນັ້ນ​ໃສ່​​ການຮ່ວມ​ມື​ກັນສ້າງສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍ​ໃຫ້​ແກ່​ການຟື້ນຟູເສດຖະກິດ-ສັງຄົມ ຢູ່​ໃນ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມຂອບການຮ່ວມມື ຫນຶ່ງແລວ ຫນຶ່ງເສັ້ນທາງ ກໍ່​ຄື​ພາກ​ພື້ນ​ອື່ນໆ ໃນອານະຄົດ.ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ບັນດາມາດຕະການສໍາຄັນຕ່າງໆທີ່ລັດຖະບານໄດ້ວາງອອກ ເພື່ອຮັບ​ມື ​ແລະ ຕ້ານກັບພະຍາດຮ້າຍ​ແຮງດັ່ງກ່າວ​ໃນແຕ່ລະໄລຍະ. ​ພ້ອມ​ດຽວ​ກັນ​ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ​ກໍ່ໄດ້ຖື​​ໂອກາດສຳຄັນ​ນີ້ ​​ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ກໍ່​ຄືບັນດາປະເທດເພື່ອນມິດ, ປະເທດຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ ໃນການຮັບມື, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ ສປປ ລາວ.

ກອງປະຊຸມຄັ້ງ​ນີ້ໄດ້ສະໜັບສະໜູນ 2 ຂໍ້ລິເລີ່ມໃໝ່ ຂອງ ສປ ຈີນ ຄື: “ຂໍ້ລິເລີ່ມ ວ່າດ້ວຍ ການຮ່ວມມືດ້ານວັກແຊັງຕ້ານໂຄວິດ-19 ສໍາລັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາສີຂຽວ ສຳລັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ” ​ເຊິ່ງ​ເປັນ​​ຂໍ້​ລິ​ເລີ່​ມສຳຄັນທີ່ປະກອບສ່ວນ​ສົ່ງ​ເສີມການ​ພັດທະນາເສດຖະກິດສີຂຽວ, ພະລັງງານສະອາດ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຂົງເຂດການເງິນທີ່ທັນສະໄໝ ກໍ່​ຄື ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490319
ມື້ນີ້85
ມື້ວານ261
ອາທິດນີ້1518
ເດືອນນີ້3712