ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ, ໃນໂອກາດສຳເລັດຫນ້າທີ່ການທູດ

 

RewardMedalGerman1

 

ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍເຫລືອລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງສອງປະເທດ ໃນຫລາຍລະດັບ ພິເສດໃນປີ 2019, ການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການຂອງທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ແລະ ການມາຢ້ຽມຢາມລາວ ຂອງ ທ່ານ ນໍເບີດ ບາເທີນ (Norbert Barthle) ຮອງລັດຖະມົນຕີ ກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສສ ເຢຍລະມັນ. ນອກນັ້ນ, ຍັງມີການຊ່ວຍເຫລືອ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງສະຖານທູດເຢຍລະມັນ ປະຈຳລາວ ໃຫ້ແກ່ອົງການກາແດງລາວ ມູນຄ່າ 10.960 ເອີໂຣ, ການຊຸກຍູ້ຂົນຂວາຍການຊ່ວຍເຫລືອຂອງສະມາຄົມມິດຕະພາບ ເຢຍລະມັນ-ລາວ ແລະ ລາວ-ເຢຍລະມັນ ໃຫ້ແກ່ລັດຖະບານລາວ 2 ຄັ້ງ, ມູນຄ່າ 70 ລ້ານກີບ ແລະ ການຊ່ວຍເຫລືອວັກແຊງປ້ອງກັນໂຄວິດ-19 ພາຍໃຕ້ໂຄງການ COVAX Facility.

ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊົນນະບົດ ແລະ ວຽກງານອາຊີວະສຶກສາເປັນຂະແໜງ ການທີ່ພົ້ນເດັ່ນທີ່ສຸດ, ຊຶ່ງມາເຖິງປັດຈຸບັນ ມີມູນຄ່າລວມການຊ່ວຍເຫລືອຫລາຍກວ່າ 500 ລ້ານເອີໂຣ. ການຊ່ວຍເຫລືອດັ່ງກ່າວ, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບແລະ ປະສົບຜົນສຳເລັດທຸກປະການໃນການປະຕິບັດພາລະໜ້າທີ່ໃໝ່ຂອງຕົນ.

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານເຢັນ ເປີເຕີ ລຸດເຄິນເຮັມ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກເຖິງຜົນງານຄຸນງາມຄວາມດີ ທີ່ທ່ານອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490309
ມື້ນີ້75
ມື້ວານ261
ອາທິດນີ້1508
ເດືອນນີ້3702