ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຈະເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ

 

web

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ນາງ ຈູລີ ບີຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26 – 28 ພະຈິກ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບສູງ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ.

 

 

 

ນະຄອນຫຼວງວຽງຈັນ, ວັນທີ 21 ພະຈິກ 2017

ກະຊວງການຕ່າງປະເທດ

 

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະອາຣັບ ເອມິເຣດ ຈະຢ້ຽມຢາມທາງການ ສປປ ລາວ

 

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ເຊັກຄ໌ ອັບດູນລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ (Sheikh Abdullah bin Zayed bin Sultan Al Nahyan), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະ ອາຣັບ ເອມີເຣດ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະຫະອາຣັບ ເອມີເຣດ ໃນວັນທີ 16 ພະຈິກ 2017.

ຊີວະປະຫວັດຫຍໍ້ ຂອງ ສະຫາຍ ສີ ຈິ້ນຜິງ

Xi

ສະຫາຍ ສີ ຈິ້ນຜິງ (Xi Jinping) ເກີດເດືອນມິຖຸນາປີ 1953 (64 ປີ), ຊົນເຜົ່າຮັ້ນ, ເມືອງຟູຜິງແຂວງສານຊີ, ເຂົ້າຮ່ວມການປະຕິວັດໃນເດືອນມັງກອນ ປີ 1969, ເປັນສະມາຊິກພັກກອມມູນິດຈີນ ໃນເດືອນມັງກອນ ປີ 1974. ຈົບການສຶກສາລະດັບປະລິນຍາຕີ ຂະແໜງການສຶກສາດ້ານທິດສະດີ ແລະ ແນວຄິດການເມືອງລັດທິມາກ ຢູ່ ສະຖາບັນວັດທະນະທຳ ແລະ ສັງຄົມ ຂອງມະຫາວິທະຍາໄລຊິງຮວາ, ຈົບປະລິນຍາໂທເຊື່ອມຕໍ່, ຈົບປະລິນຍາເອກຂະແໜງກົດໝາຍ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489162
ມື້ນີ້5
ມື້ວານ231
ອາທິດນີ້361
ເດືອນນີ້2555