ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ Alan Peter Schramm Cayetano, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສ. ຟີລິບປິນ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ກໍລະກົດ 2017, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສ. ຟີລິບປິນ ໃນຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຈະພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ, ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ຟີລິບປິນ, ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງປະຖົມມະລຶກ, ພົບປະກັບ ສະພາການຄ້າ ແລະ ອຸດສາຫະກຳ ຟີລິບປິນ-ລາວ, ແລະ ຂຶ້ນປາຖະກະຖາ ຢູ່ ສະຖາບັນການຕ່າງປະເທດ ຟີລິບປິນ.