ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ອູ ຕິນຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ ສາທາລະນະລັດ ສະຫະພາບ ມຽນມາ, ໃນລະຫວ່າງວັນທີ 15-16 ມັງກອນ 2018, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນວັນທີ 10-11 ມັງກອນ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ທີ່ ພະນົມເປັນ, ກຳປູເຈຍ. ພາຍໃຕ້ຫົວຂໍ້ “ແມ່ນ້ຳເແຫ່ງສັນຕີພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ” (Our River of Peace and Sustainable Development).
ແຈ້ງການຂອງກະຊວງການຕ່າງປະເທດ
ເລື່ອງ: ການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາ
ຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ.