ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ເຊບັດທຽນ ຄວກສ໌ (Sebastian Kurz), ລັດຖະມົນຕີກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ໂອຕຣິສ໌ ແລະ ທ່ານ ປີເຕີ ຊີຈາໂຕ (Peter Szijjarto), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ, ຈະດຳເນີນການຢ້ຽມຢາມ ສ. ໂອຕຣິສ໌ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28-29 ພຶດສະພາ 2017 ແລະ ສືບຕໍ່ຢ້ຽມຢາມ ຮົງກາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 30-31 ພຶດສະພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ໂອຕຣິສ໌ ແລະ ລາວ-ຮົງກາລີ.