ແຈ້ງການຂອງຫ້ອງການກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ເອລມາ ມຳມາເດຍຣົບ (Elmar Mammadyarov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ພ້ອມດ້ວຍຄະນະ ຈະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 15-16 ກັນຍາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ອາແຊັກໄບຊານ.