ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ນາງ ເລັດໂນ ມາຊຸດີ (Mrs. Retno L.P. Marsudi), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສ.ອິນໂດເນເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-28 ກໍລະກົດ 2017, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສ.ອິນໂດເນເຊຍ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ມີແຜນຈະພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ, ເຂົ້າຮ່ວມ ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ( JCBC ) ລາວ - ອິນໂດເນເຊຍຄັ້ງທີ 5, ເຂົ້າຢ້ຽມຂໍ່ານັບ ຮອງປະທານາທິບໍດີ ສ.ອິນໂດເນເຊຍ, ຢ້ຽມຢາມສູນການສຶກສາ ແລະ ເຝິກອົບຮົມຂອງກະຊວງການຕ່າງປະເທດອິນໂດເນເຊຍ ແລະ ພົບປະບັນດາ ບໍລິສັດຂອງອິນໂດເນເຊຍ ຈໍານວນໜຶ່ງ.