ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 25 ປີ ສປປ ລາວ - ສ.ຕວກເມນີສະຖານ ຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ຕວກເມນີສະຖານ

ນະຄອນຫລວງວຽງຈັນ, ວັນທີ 4 ກຸມພາ 2019


ພະນະທ່ານ,
    ເນື່ອງໃນໂອກາດຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວກເມນີສະຖານ, ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ຕວກເມນີສະຖານ ເພື່ອນມິດທຸກຖ້ວນໜ້າ.
  ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 25 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາເປັນຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຊື່ອໝັ້ນວ່າຈະສືບຕໍ່ໄດ້ຮັບການເພີ້ມພູນຄູນສ້າງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນທົ່ວໂລກ.    
                                                                             ດ້ວຍຄວາມນັບຖືຢ່າງສູງ,

                                  

                                                                                  ບຸນຍັງ ວໍລະຈິດ

ພະນະທ່ານ ກວກບານກູລີ ເບີດິມູຮາມິດົບ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວກເມນິດສະຖານ
ທີ່ ອາສກາບັດ


ນະຄອນຫລວງວຽງຈັນ, ວັນທີ 4 ກຸມພາ 2019

 

ພະນະທ່ານ,
      ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 25 ປີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວກເມນີສະຖານ, ພ້ອມທັງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຕວກເມນີສະຖານ  ທຸກຖ້ວນໜ້າ.
       ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 25 ປີຜ່ານມາ, ການພົວພັນຖານເພື່ອນມິດ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວກເມນີສະຖານ ໄດ້ສືບຕໍ່ເສີມຂະຫຍາຍບົນພື້ນຖານຫລັກການແຫ່ງການພົວພັນສາກົນ, ເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງສອງປະເທດ ການພົວພັນຮ່ວມມື ລາວ-ຕວກເມນີສະຖານ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
                                                                              ດ້ວຍຄວາມນັບຖືຢ່າງສູງ,
                                                                            

                                                                                ສະເຫລີມໄຊ ກົມມະສິດ

ພະນະທ່ານ ຣາຊິດ ເມເຣດົບ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ຕວກເມນີສະຖານ
ທີ່ ອາສກາບັດ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485294
ມື້ນີ້222
ມື້ວານ169
ອາທິດນີ້330
ເດືອນນີ້4599