ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ໂທລະເລກສະແດງຄວາເສົ້າສະຫຼົດໃຈຕໍ່ເຫດການໄຟໄໝ້ຕຶກອາຄານທີ່ຢູ່ອາໃສທີ່ຫວຽດນາມ

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍນາຍົກລັດຖະມົນຕີ ທີ່ນັບຖື ແລະ ຮັກແພງ,

 

ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວເກີດເຫດໄຟໄໝ້ຕຶກອາຄານທີ່ຢູ່ອາໃສຂອງປະຊາຊົນ ຢູ່ນະຄອນຫຼວງຮ່າໂນ້ຍ  ໃນຄືນວັນທີ 12 ກັນຍາ 2023 ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ, ຊັບສິນ, ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.

 

 ຕາງໜ້າໃຫ້ພັກ, ລັດຖະບານ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄອບຄົວຜູ້ປະສົບໄພ ກໍ່ຄືປະຊາຊົນ ຫວຽດນາມ ອ້າຍນ້ອງ.

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໃຍ ຊີ້ນໍາຂອງລັດຖະບານ, ບັນດາຂະແໜງການ ແລະ ອໍານາດການປົກຄອງນະຄອນຫຼວງຮ່າໂນ້ຍ, ປະຊາຊົນ ແລະ ຄອບຄົວຜູ້ສູນເສຍໃນຄັ້ງນີ້ ຈະຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

 

ໃນຊ່ວງເວລາອັນໂສກເສົ້ານີ້, ພວກຂ້າພະເຈົ້າ ຂໍແບ່ງເອົາຄວາມທຸກໂສກ ແລະ ສົ່ງຄວາມເຫັນອົກເຫັນໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະຕໍ່ຄອບຄົວ, ຍາດພີ່ນ້ອງ ຂອງຜູ້ປະສົບໄພມານະໂອກາດນີ້.

 

 ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍ່ຢູ່ຄຽງຂ້າງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ         ອ້າຍນ້ອງ ໃນເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ດ້ວຍຄວາມນັບຖື ແລະ ຮັກແພງ.                      

 

ນະຄອນຫຼວງວຽງຈັນ, ວັນທີ  14 ກັນຍາ 2023

 

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ອ່ານເພີ່ມເຕີມ... 

ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ ຣາຊະອານາຈັກ ມາຣົກ

 

ນະຄອນຫຼວງ​ວຽງຈັນ, ວັນ​ທີ   11   ກັນຍາ 2023

ສົມເດັດ,

 

ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການແຜ່ນດິນໄຫວອັນຮ້າຍແຮງ ທີ່ເກີດຂຶ້ນໃນເຂດຕາເວັນຕົກສ່ຽງໃຕ້ ຂອງ ຣາຊະອານາຈັກ ມາຣົກ ໃນວັນທີ 09 ກັນຍາ 2023 ທີ່ຜ່ານມາ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ ລວມທັງຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

 

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງ ລັດຖະບານ ແລະ ປະຊາຊົນ ມາຣົກ, ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການແຜ່ນດິນໄຫວໃນຄັ້ງນີ້ດ້ວຍ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ, ຄວາມສາມັກຄີເປັນນໍ້າໜຶ່ງໃຈດຽວຂອງປະຊາຊົນ ມາຣົກ ແລະ ການຊ່ວຍເຫຼືອຂອງວົງຄະນະຍາດສາກົນ, ມາຣົກ ຈະສາມາດຜ່ານຜ່າໄພພິບັດຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

                                                                                 

ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

          

ສົມເດັດ ໂມຮາເມັດ VI

ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ

ຣາບັດ 

ສານສະແດງຄວາມຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ

    

  

  

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງການຕ່າງປະເທດ

  

ນະຄອນຫຼວງວຽງຈັນ, ວັນທີ 15 ກັນຍາ 2023

 

ພະນະທ່ານ,

   

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508839
ມື້ນີ້234
ມື້ວານ381
ອາທິດນີ້1492
ເດືອນນີ້7229