ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວເຫດການນໍ້າຖ້ວມທີ່ຮ້າຍແຮງ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ຢູ່ແຂວງກິຢອງຊາງເໜືອ ແລະ ເຂດອື່ນໆ ໃນ ສາທາລະນະລັດ ເກົາຫຼີ ນັບແຕ່ວັນທີ 15 ກໍລະກົດ 2023 ເປັນຕົ້ນມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນເປັນຈຳນວນຫລາຍ.
ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ໂດຍສະເພາະຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປາກ ຈິນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ເກົາຫຼີ
ທີ່ ເຊອູນ