ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຄົບຮອບ 48 ປີ ຈາກ ບັນດາການນຳຂັ້ນສູງ ແຫ່ງ ສສ ຫວຽດນາມ

 

 

ເຖິງ:

- ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

- ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

- ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ທີ່ ນະຄອນຫຼວງວຽງຈັນ

ບັນດາສະຫາຍທີ່ຮັກແພງ,

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2/12/1975 – 2/12/2023), ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສິດ, ນໍ້າໃຈຖານສະຫາຍ ແລະ ຄວາມຮັກແພງຖານອ້າຍນ້ອງ ມາຍັງພັກ, ລັດ ແລະ ປະຊາຊົນ ແຫ່ງ ສປປ  ລາວ.

 

ຕະຫຼອດໄລຍະ 48 ປີຜ່ານມາ ໂດຍສະເພາະພາຍຫຼັງ 37 ປີ ແຫ່ງການປະຕິບັດພາລະກິດການປ່ຽນໃໝ່ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນການປະຕິວັດ, ຜ່ານຜາຄວາມຫຍຸ້ງຍາກທຸກປະການ, ສິ່ງທ້າທາຍ, ຍາດໄດ້ຜົນງານອັນໃຫຍ່ຫຼວງ ທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດໃນທຸກຂົງເຂດ, ຍົກສູງອິດທິພົນ ແລະ ຖານະບົດບາດຂອງພັກ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ເວທີສາກົນ. ບັນດາໝາກຜົນດັ່ງກ່າວ ເປັນຄວາມພາກພູມໃຈລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ.

 

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ພາລະກິດການປ່ຽນໃໝ່ຂອງລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພວກສະຫາຍຈະສືບຕໍ່ມູນເຊື້ອຂອງບັນດາການນໍາລຸ້ນກ່ອນ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດການປ່ຽນໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ປະສົບຜົນສຳເລັດໃນການສ້າງສາປະເທດຊາດ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ວັດທະນະຖາວອນ ຕາມເປົ້າໝາຍສັງຄົມນິຍົມ.

 

ພວກຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຄ່ຽງຄູ່ກັບບັນດາໝາກຜົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍແມ່ນປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ໄດ້ຮັບການເພີ່ມພຸນຄູນສ້າງຈາກບັນດາຫຸ່ນການນໍາສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສາຍພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລີກ, ລວງກວ້າງ, ທີ່ແທ້ຈິງ ແລະ ມີປະສິດທິຜົນຢູ່ໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການປ່ຽນແປງໃໝ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢູ່ແຕ່ລະປະເທດ.

 

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືຄວາມສຳຄັນ ແລະ ຮັບຮູ້ໄດ້ ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນຕະຫຼອດໄລຍະເວລາທີ່ຜ່ານມາ. ພວກຂ້າພະເຈົ້າຈະເຮັດສຸດຄວາມສາມາດຂອງຕົນ ເພື່ອຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຖະນຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພຸນຄູນສ້າງໃຫ້ແກ່ສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບມີການພັດທະນາສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.

 

ຂໍອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ຈົ່ງມີສຸຂະພາບ​ເຂັ້ມ​ແຂງ, ມີຄວາມຜາສຸກ ແລະ ຍາດມາໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງຕົນ.

 

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະ​ໜົງ​ແກ່ນຕະຫຼອດກາລະນານ.

 

 ຮ່າໂນ້ຍ, ວັນທີ 1 ທັນວາ  2023

 

ຫງວຽນ ຝູ້ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ;

ຫວໍ້ ວັນ ເຖື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;

ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;

ເວື່ອງ ດິ່ງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

----------------------------------------

 

ເຖິງ:

- ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ລັດຖະມົນຕີທີ່ຮັກແພງ,

 

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ຕາງໜ້າການນໍາ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດຫວຽດນາມທຸກຖ້ວນໜ້າ ຂໍສົ່ງຄຳອວຍພອນໄຊອັນປະເສິດ, ນໍ້າໃຈຖານສະຫາຍອ້າຍນ້ອງ ມາຍັງສະຫາຍ, ຄະນະນໍາ ແລະ ພະນັກງານ-ລັດຖະກອນກະຊວງການຕ່າງປະເທດລາວທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍີນດີຢ່າງຍິ່ງ ຕໍ່ບັນດາໝາກຜົນພາຍໃນ, ພາຍນອກອັນໃຫຍ່ຫຼວງທີ່ປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 48 ປີຜ່ານມາ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ພວກສະຫາຍຈະສືບຕໍ່ຈັດຕັ້ງປະຕິບັດ ບັນດາເປົ້າໝາຍທີ່ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ສ້າງປະເທດລາວ ໃຫ້ນັບມື້ນັບມີຄວາມສີວິໄລ, ມີຖານະ ແລະ ບົດບາດນັບມື້ນັບສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

 

ພວກຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈ ຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຂອງສອງປະເທດພວກເຮົາໃນໄລຍະຜ່ານມາ ໃນຂອບການຮ່ວມມືສອງຝ່າຍ ກໍຄືເວທີພາກພື້ນ ແລະ ສາກົນ, ພິເສດຕໍ່ຜົນສຳເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີກະຊວງການຕ່າງປະເທດລາວ-ຫວຽດນາມ ຄັ້ງທີ 10 ທີ່ຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກັບສະຫາຍ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ​, ຫວຽດນາມ-ລາວ ກໍຄືການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງກະຊວງການຕ່າງປະເທດຂອງສອງປະເທດ.

 

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ໃຫ້ສາຍພົວພັນພິເສດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະ​ໜົງ​ແກ່ນ ແລະ ຂຽວສົດງົດງາມຕະຫຼອດກາລະນານ. ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດນັບມື້ນັບແໜ້ນແຟ້ນ, ໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນສອງປະເທດພວກເຮົາ.

 

ຂໍອວຍພອນໄຊອັນປະເສີດມາຍັງບັນດາສະຫາຍຈົ່ງສຸຂະພາບ​ເຂັ້ມ​ແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.       

 

ນະຄອນຫຼວງຮ່າໂນ້ຍ, ວັນທີ 1 ທັນວາ 2023

 

ບຸ່ຍ ແທັງ ເຊີນ

ກຳມະການສູນກາງພັກ,  ລັດຖະມົນຕີກະຊວງການຕ່າງປະເທດ  

ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486527
ມື້ນີ້81
ມື້ວານ142
ອາທິດນີ້189
ເດືອນນີ້5832