ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຟັງລັງ ຄົບຮອບ 106 ປີ

ພະນະທ່ານ ຊາອູລີ ນີນິດສ໌ໂຕ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ

​ທີ່ ເຮນຊິນກີ

 

​          ພະນະທ່ານ​,

​​ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ແຟງລັງ ຄົບຮອບ 106 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນແຟງລັງ ເພື່ອນມິດທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະໜຶ່ງສະຕະວັດກວ່າ ທີ່ຜ່ານມາ ສາທາລະນະລັດ ແຟງລັງ ໄດ້ຮັບການສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ, ສາຍພົວພັນມິດ   ຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ແຟງລັງ ກໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງເປັນກ້າວໆມາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນສອງຝ່າຍ, ການພົວພັນຮ່ວມມືອັນດີ ລາວ-ແຟງລັງ ຈະສືບ ຕໍ່ໄດ້ຮັບການຮັດແໜ້ນ ແລະ ກ້າວເຂົ້າສູ່ລວງເລິກໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດຂອງພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນແດ່ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ,  ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນແຟງລັັງ ເພື່ອນມິດ ຈົ່ງມີແຕ່ຄວາມສົມບູນພູນສຸກ ແລະ ວັດທະນະຖາວອນຕະຫຼອດໄປ.

 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນ​ທີ 6 ທັນວາ 2023

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486490
ມື້ນີ້44
ມື້ວານ142
ອາທິດນີ້152
ເດືອນນີ້5795