ໂນໂຣດົມ ສີຫາມຸນີ
ພະມະຫາກະສັດ ແຫ່ງ ກໍາປູເຈຍ
ເຖິງ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາະລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ
ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ທີ່ ພະນົມເປັນ
ພະບາດສົມເດັດ,
ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ (15 ມິຖຸນາ 1956-15 ມິຖຸນາ 2021), ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະບາດສົມເດັດ ແລະ ຜ່ານພະບາດສົມເດັດໄປຍັງປະຊາຊົນກໍາປູເຈຍ ທຸກຖ້ວນໜ້າ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາະລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປະທານປະເທດ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເປັນເພື່ອນມິດ, ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 65 ປີ.