ນະຄອນຫລວງວຽງຈັນ, ວັນທີ 10 ມິຖຸນາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນຣັດເຊຍ, ຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຜົນສໍາເລັດອັນຈົບງາມທີ່ຍາດມາໄດ້ໃນການພັດທະນາສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນ, ຄວາມເຊື່ອໝັ້ນ, ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມື ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫລວງໃນການນໍາພາປະເທດຊາດຂອງພະນະທ່ານ ໄປສູ່ຄວາມວັດທະນະຖາວອນ ແລະ ປະຊາຊົນຣັດເຊຍ ມີຄວາມສົມບູນພູນສຸກ ຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ວະລາດີເມຍ ປູຕິນ,
ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ
ນະຄອນຫລວງ ວຽງຈັນ, ວັນທີ 10 ມິຖຸນາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະໃນນາມສ່ວນຕົວ ສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນໃຫ່ຍຫລວງ ໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໄດ້ຮັບການພັດທະນາ ແລະ ຮັດແໜ້ນເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ແລະ ມີໝາກຜົນດັ່ງກ່າວ ລະຫວ່າງ ສອງລັດຖະບານຂອງພວກເຮົາຈະສືໍບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ມີຄາອີນ ມີຊູສະຕິນ
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ