ນະຄອນຫຼວງວຽງຈັນ, ວັນທີ 27 ພຶດສະພາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄຳຊົມເຊີຍ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ມາຍັງ ຂ້າພະເຈົ້າ ເນື່ອງໃນໂອກາດທີ່ ຂ້າພະເຈົ້າ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂອຕຣິດ ໄດ້ຮັບການ ເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມມກັນ ສາຍພົວພັນອັນທີ່ດີງາມ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ ພວກເຮົາ.
ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງພະນະທ່ານ ແລະ ອວຍພອນປະຊາຊົນໂອຕຣິດທຸກຖ້ວນໜ້າ ຈົ່ງມີຄວາມວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ອາເລັກຊານເດີ ຟານ ແດ ແບເລນ
ປະທານາທິບໍດີແຫ່ງ ສາທາລະນະລັດ ໂອຕຣິດ
ທີ່ ນະຄອນຫຼວງວຽນ