ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 65 ປີ

 

ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ

ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ທີ່ ພະນົມເປັນ

ພະບາດສົມເດັດ,

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ (15 ມິຖຸນາ 1956-15 ມິຖຸນາ 2021), ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະບາດສົມເດັດ ແລະ ຜ່ານພະບາດສົມເດັດໄປຍັງປະຊາຊົນກໍາປູເຈຍ ທຸກຖ້ວນໜ້າ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະເວລາກວ່າ 6 ທົດສະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍທີ່ມີມາແຕ່ດົນນານນັ້ນ, ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ກໍາລັງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນ ພາຍຫຼັງທີ່ສອງປະເທດ ໄດ້ຕົກລົງຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ອັນໄດ້ເຮັດໃຫ້ການ ຮ່ວມມືສອງຝ່າຍ ໃນທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ ສາມາດນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດຂອງພວກເຮົາໄດ້ຢ່າງແທ້ຈິງ.

ການພົວພັນ ລາວ-ກໍາປູເຈຍ ບໍ່ວ່າຈະຢູ່ໃນໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືໄລຍະການພັດທະນາສ້າງສາປະເທດຊາດຂອງສອງປະເທດ, ລັດຖະບານ ແລະ ປະຊາຊົນສອງຊາດ ຕ່າງກໍ່ໄດ້ມີຄວາມຜູກພັນຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊຶ້ອອັນຍາວນານໃນປະຫວັດສາດ ລະຫວ່າງ ປະຊາຊົນສອງຊາດພວກເຮົາ, ປະຊາຊົນລາວ ຍາມໃດກໍ່ຖືສໍາຄັນ ແລະ ຮ່ວມກັບ ປະຊາຊົນ ກຳປູເຈຍ ຖະນຸຖະໜອມ ສາຍພົວພັນ ອັນມີມູນເຊື້ອປະຫວັດສາດຍາວ ນານນີ້ ຕະຫຼອດມາ ແລະ ຕະຫຼອດໄປ.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະບາດສົມເດັດ, ປະຊາຊົນ ຣາຊະອານາຈັກ ກໍາປູເຈຍ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ,ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນຍິ່ງໆຂຶ້ນໄປ

ຂໍອວຍພອນໄຊແດ່ ພະບາດສົມເດັດ ຈົ່ງມີພະລານະໄມສົມບຸນ ມີຄວາມຜາສຸກ ແລະ ມີພະຊົນມາພັນສາ ຍືນຍາວ ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນກຳປູເຈຍ ຕະຫລອດໄປ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 15 ມີຖຸນາ 2021

---------------------------------------------

 

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ທີ່ ພະນົມເປັນ

ສົມເດັດ,

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 65 ປີ (15 ມິຖຸນາ 1956-15 ມິຖຸນາ 2021), ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍຄືໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ໂດຍຜ່ານສົມເດັດໄປຍັງ ລັດຖະ ບານ ແລະ ປະຊາຊົນ ກໍາປູເຈຍ ທຸກຖ້ວນໜ້າ ຈົ່ງປະສົບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຂອງຕົນ.

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 65 ປີ ຜ່ານມາ, ສາຍພົວພັນມິດຕະ ພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ທີ່ມີມາແຕ່ດົນນານນັ້ນ ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ. ອັນພົ້ນເດັ່ນ, ດ້ວຍຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງຊາດ, ສອງຝ່າຍໄດ້ຮ່ວມກັນຍົກລະດັບການຮ່ວມມື ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019. ຂ້າພະເຈົ້້າມີ ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍການຮ່ວມມືກັນຢ່າງໃກ້ຊິດຄືດັ່ງທີ່ຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອ ທີ່ດີງາມດັ່ງກ່າວ ຈະນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະໃນໂລກ.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ຂອງສອງຊາດພວກເຮົານີ້, ຂ້າພະເຈົ້້າຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງສອງປະເທດພວກເຮົາ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ແລະ ຂໍອວຍພອນໃຫ້ສົມເດັດຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດອັນມີກຽດສູງສົ່ງຂອງສົມເດັດ.

ດ້ວຍຄວາມນັບຖືຢ່າງສູງ,

ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 11 ມີຖຸນາ 2021

---------------------------------------------

 

ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

 

ທີ່ ພະນົມເປັນ.

 

ພະນະທ່ານ,

 

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ(15 ມິຖຸນາ 1956-15 ມິຖຸນາ 2021), ຂ້າພະເຈົ້າ ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງຄະນະນຳ ແລະ ພະນັກງານ ລັດຖະກອນ ກະຊວງການຕ່າງປະເທດ ແລະ ການຮ່ວມມືກໍາປູເຈຍ ທຸກຖ້ວນໜ້າ.

 

ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໄດ້ຮັບການຊຸກຍູ້ສົ່ງເສີມແລະພັດທະນາຢ່າງຕໍ່ເນື່ອງ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆຂອງສອງປະເທດ ຢ່າງເປັນປົກກະຕິ ໃນນີ້ເຫດການສໍາຄັນແມ່ນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃນປີ 2019 ຜ່ານມາ. ສໍາລັບ, ສອງກະຊວງການຕ່າງປະເທດພວກເຮົາກໍ່ໄດ້ຄຽງບ່າຄຽງໄລ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາການພົວພັນຮ່ວມມື ລະຫວ່າງ ສອງປະເທດຕະຫຼອດໄລຍະເວລາ 65 ປີ ຜ່ານມາ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຢືນຢັນວ່າຈະສືບຕໍ່ຮ່ວມມືກັບ ພະນະທ່ານ ເຮັດສຸດຄວາມສາມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງໆ ຂຶ້ນ.

 

ຂ້າພະເຈົ້້າ ຂໍຖືໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ພ້ອມດ້ວຍ ຄະນະນຳ ແລະ ພະນັກງານລັດຖະກອນທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານ ທີ່ມີກຽດອັນສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,                                    

 

ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ທີ່ ນະຄອນຫຼວງວຽງຈັນ, ວັນທີ 14 ມີຖຸນາ 2021

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486460
ມື້ນີ້14
ມື້ວານ142
ອາທິດນີ້122
ເດືອນນີ້5765