ນະຄອນຫຼວງວຽງຈັນ, ວັນທີ 14 ເມສາ2021
ພະນະທ່ານ,
ໃນນາມປະຊາຊົນລາວ ທຸກຖ້ວນໜ້າແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດ ມາຍັງພະນະທ່ານແລະປະຊາຊົນ ອິດສະຣາແອນເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງລັດອິດສະຣາແອນຄົບຮອບ 73 ປີ.
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປາກິດສະຖານ ແລະ ສປປ ລາວ ເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບທີ່ກໍາລັງຈະເລີນເຕີບໂຕ ທາງດ້ານເສດຖະກິດ ແລະ ຂົງເຂດອື່ນໆທີ່ສໍາຄັນ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍຂອງພວກເຮົາ ໃນຊຸມປີຕໍ່ໜ້າ.
ພະນະທ່ານ ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.