ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ອາຊຽນເພີ່ມທະວີການສົ່ງເສີມສິດທິມະນຸດ

phukhong hum

ຄະ​ນະ​ກໍາ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນວ່າ​ດ້ວຍ​ສິດ​ທິ​ມະ​ນຸດ (ASEAN Intergovern-mental Commission on Human Rights ຫຼື AICHR) ໄດ້​ຈັດ​ກອງ​ປະ​ຊຸມ​ຂຶ້ນ ​ລະ​ຫວ່າງວັນ​ທີ 27-28 ຕຸ​ລາ 2016 ທີ່ ຮ່າ​ໂນ້ຍ, ສ​ສ ຫວຽດ​ນາມ ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ພູ​ໂຂງ ສີ​ສຸ​ລາດ, ຫົວ​ໜ້າ​ກົມ​ສົນ​ທິ​ສັນ​ຍາ​ ແລະ ກົດ​ໝາຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ໂດຍ​ມີ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ເຈົ້າ​ໜ້າ​ທີ່​ກອງ​ເລ​ຂາອາ​ຊຽນ​ເຂົ້າ​ຮ່ວມ.

ອ່ານເພີ່ມເຕີມ... 

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 14

saiydean

     ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ 14 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ຕຸລາ 2016 ທີ່ ນະຄອນເຊິນເຈິນ, ສປ.ຈີນ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ,​ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ, ​ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານ ເຫີເຫວີຍ, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ ຝ່າຍຈີນ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

workshop

ໃນວັທີ 24 ຕຸລາ 2016, ທີ່ ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ, ກະຊວງການຕ່າງປະເທດ, ກົມອົງການຈັດຕັ້ງສາກົນໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ​ໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈຳນວນ 300 ກວ່າທ່ານຈາກມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານຄຳອິນຄິດຈະເດດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດທັງເປັນຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດເພື່ອຕິດຕາມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໂດຍມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ,ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເປັນປະທານຮ່ວມ. ກອງປະຊຸມໄດ້ຮັບຟັງໄດ້ຮັບຟັງການບັນລະຍາຍໂດຍວິທະຍາກອນຈາກກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດແລະກົມແຜນການ, ກະຊວງແຜນການແລະການລົງທຶນກ່ຽວກັບເປົ້າຫມາຍການພັດທະນາແບບຍືນຍົງ ແລະ ການເຊື່ອມສານເປົ້າໝາຍດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ກໍຄືຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ແລະ ວິໄສທັດ ປີ 2030 ຂອງ ສປປ ລາວ ເພື່ອໃຫ້ຜູ້ເຂົ້າຮ່ວມທັງຫມົດມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ.​

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487768
ມື້ນີ້14
ມື້ວານ194
ອາທິດນີ້130
ເດືອນນີ້1161