ໃນຕອນເຊົ້າຂອງວັນທີ 14 ຕຸລາ 2016, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາ ໄດ້ຈັດປາຖະກະຖາ ຢູ່ທີ່ ຫ້ອງປະຊຸມໃຫຍ່ຂອງຕົນ ເພື່ອເລົ່າຄືນມູນເຊື້ອ 71 ປີ ການທູດລາວຂຶ້ນ ໂດຍແມ່ນ ທ່ານ ພົງສະຫວັດ ບຸບຜາ, ອາດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແລະ ອາດີດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດບັນຍາຍ ໂດຍມີບັນດາຄະນະນຳກະຊວງການຕ່າງປະເທດ, ບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ ທ່ານ ພົງສະຫວັດ ບຸບຜາ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຂະແໜງການການຕ່າງປະເທດ ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດ ການເຄື່ອນໄຫວການທູດຂອງ ບັນດາທ່ານຜູ້ນຳສູງສຸດຂອງພັກ ແລະ ລັດ ຈົນຮອດການນຳຂອງຂະແໜງການຕ່າງໆ ແມ່ນໄດ້ປະກອບສ່ວນອັນສຳຄັນ ຢ່າງຄຽງບ່າຄຽງໄຫຼ່ ກັບການຕໍ່ສູ້ດ້ວຍອາວຸດຢ່າງພິລະອາດຫານຂອງທົ່ວກອງທັບ ແລະ ທົ່ວປວງຊົນລາວ ອັນເຮັດໃຫ້ປະເທດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນໃນທົ່ວປະເທດ ແລະ ໄດ້ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ທ່ານ ຍັງກ່າວວ່າ: ບໍ່ພຽງແຕ່ເທົ່ານັ້ນ, ຂະແໜງການຕ່າງປະເທດ ຍັງໄດ້ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນ ເພື່ອເຊີດຊູ ແລະ ຍົກສູງບົດບາດຂອງ ສປປ ລາວ ໃນທຸກເວທີພາກພື້ນ ແລະ ສາກົນຕະຫຼອດມາ ຕາມແນວທາງນະໂຍບາຍຂອງພັກ ອັນໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ມີຖານະບົດບາດ ນັບມື້ນັບດີເດັ່ນຢູ່ໃນເວທີສາກົນ ແລະ ພາກພື້ນຢ່າງເປັນກ້າວໆ.
ຍ້ອນເຫັນໄດ້ບົດບາດອັນສູງເດັ່ນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະທີປະເທດເຮົາພວມດຳເນີນການເຊື່ອມໂຍງກັບສາກົນຢ່າງກວ້າງຂວາງ ເລິກເຊິ່ງຄືປະຈຸບັນ ພັກ-ລັດ ເຮົາຈຶ່ງມີການຊີ້ນຳໃຫ້ຄົ້ນຄວ້າ ເພື່ອກຳນົດເອົາວັນກຳເນີດການທູດລາວ ເພື່ອເປັນວັນປະຫວັດສາດອັນສຳຄັນໜຶ່ງຂອງຊາດລາວ ໄວ້ໃຫ້ຄົນລຸ້ນຫຼັງໄດ້ຮັບຮູ້ ແລະ ສືບທອດຕໍ່ໄປ. ຜ່ານການຄົ້ນຄວ້າ ແລະ ປຶກສາຫາລີກັນ ລະຫວ່າງ ບັນດາຜູ້ຊົງຄຸນວຸດທິ ລັດຖະບານ ໄດ້ມີແຈ້ງການສະບັບເລກທີ 1102/ຫລບ. ກລ2, ລົງວັນທີ 25 ກໍລະກົດ 2013 ວ່າດ້ວຍ ການເຫັນດີຮັບຮອງເອົາ ວັນທີ 12 ຕຸລາ 1945 ເປັນວັນການທູດລາວຢ່າງເປັນທາງການ ເຊິ່ງໃນປີນີ້ກໍ່ໄດ້ວຽນມາບັນຈົບຄົບຮອບ 71 ປີ ພໍດີ.
71 ປີ ແຫ່ງການປະກາດເອກະລາດ ແລະ 71 ປີ ແຫ່ງການເຄື່ອນໄຫວການຕ່າງປະເທດ ພວກເຮົາໄດ້ຮັບຜົນສຳເລັດຢ່າງໜ້າພໍໃຈ ອັນໄດ້ສະແດງອອກຄື: ພວກເຮົາມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີ ຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ມີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ປະເທດເຮົານັບມື້ນັບຖືກຮັບຮູ້ຫຼາຍຂຶ້ນ ແລະ ໄດ້ຮັບຄວາມເຊື່ອຖືຫຼາຍຂຶ້ນ ໃນວົງຂະນາຍາດສາກົນ, ຖານະບົດບາດ ແລະ ການປະກອບສ່ວນຂອງປະເທດເຮົາຢູ່ໃນວຽກງານຂອງສາກົນ ກໍ່ນັບມື້ນັບກວ້າງຂວາງອອກ, ການສະໜັບສະນູນ ແລະ ການຊ່ວຍເຫຼືອ ໃນການພັດທະນາ, ການລົງທຶນຕ່າງປະເທດຢູ່ໃນປະເທດເຮົາກໍ່ນັບມື້ນັບເພີ່ມທະວີດ ແລະ ຈຳນວນນັກທ່ອງທ່ຽວ ເຂົ້າປະເທດເຮົາກໍ່ເພີ່ມຫຼາຍຂຶ້ນເປັນກ້າວໆ. ພິເສດ ພວກເຮົາໄດ້ປະສົບຜົນສຳເລັດໃນການເຮັດໜ້າທີ່ເປັນ ປະທານອາຊຽນ ຢ່າງສົມກຽດ ແລະ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນປີ 2016 ຢ່າງມີໄຊ.
ນອກຈາກການເລົ່າມູນເຊື້ອ ແລະ ຊີ້ໃຫ້ເຫັນເຖິງຜົນສຳເລັດຂອງຂະແໜງການການທູດເຮົາແລ້ວ ທ່ານ ພົງສະຫວັດ ບຸບຜາ ຍັງໄດ້ແນະນຳໃຫ້ ພະນັກງານ ແລະ ນັກການທູດຮຸ້ນໃໝ່ ຈົ່ງໄດ້ສືບຕໍ່ຮ່ຳຮຽນ ທິດສະດີ ແລະ ພຶດຕິກຳ ຂອງບັນດາທ່ານຜູ້ນຳພັກລັດ ຮຸ້ນກ່ອນ ແລະ ເປັນຕົ້ນແມ່ນເຊື່ອມຊຶມ ທິດສະດີ ຂອງ ທ່ານ ໄກສອນ ພົມວິຫານ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ວຽກງານ ດ້ານການທູດໃນໄລຍະໃໝ່ນີ້ໃຫ້ສົມຊື່ ແລະ ສົມສັກສີວ່າເປັນ ນັກການທູດຮຸ້ນໃໝ່ ຂອງປະເທດລາວວີລະຊົນ.