ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມທາບທາມ ເພື່ອລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ

SorYhorKor 1 SorYhorKor 2

 

ໃນ​ວັນ​ທີ 14-15 ພະຈິກ 2016, ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ຈັດກອງປະຊຸມທາ​ບທາມ ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ​​​ໃສ່ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ​ຂຶ້ນ​ ທີ່​ຫ້ອງ​ວ່າການ​ແຂວງ​ບໍລິ​ຄຳ​ໄຊ, ​​ໂດຍ​ມີ ທ່ານ ສົມ​ຄິດ ວັນ​ຄຳ, ຮອງຫົວໜ້າ​ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ໃນ​ຄະນະ​ຊີ້​ນຳ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສົນທິສັນຍາ, ຜູ້ຕາງໜ້າ​ຈາກ​ຫ້ອງ​ວ່າການ​ປົກຄອງ​ແຂວງ, ພະ​ແນ​ກການ​ຕ່າງປະ​ເທດ​​ແຂວງ ​ແລະ ພະ​ແນ​ກການ​ທີ່​ກ່ຽວຂ້ອງ​ ຈາກ​ແຂວງ​ບໍລິ​ຄຳ​ໄຊ, ​ແຂວງ ​ໄຊ​ສົມບູນ, ​ແຂວງ ວຽງ​ຈັນ ​ແລະ ​ແຂວງ​ຄຳ​ມ່ວນ ​ເຂົ້າ​ຮ່ວມ.

ອ່ານເພີ່ມເຕີມ... 

ສະຖານທູດລາວ ທີ່ ເຊອູນ ຈັດພິທີປາຖະກະຖາເຜີຍແຜ່ເອກະສານການເມືຶອງ

Korean Emb1 Korean Emb2

ວັນທີ 29 ຕຸລາ 2016, ທີ່ ສະຖານທູດລາວ ທີ່ ເຊອູນ, ໄດ້ຈັດພິທີປາຖະກະຖາເຜີຍແຜ່ເອກະສານການເມືຶອງ ເນື່ອງໃນວັນການທູດລາວ 12 ຕຸລາ ຄົບຮອບ 71 ປີ, ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ແລະ ຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານາທິບໍດີ ປັກກຶນເຮ ແຫ່ງ ສ.ເກົາຫລີ ໃນເດືອນກັນຍາ 2016 ຜ່ານມາ. ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານ​ເອກ​ອັກ​ຖະທູດ ຄຳສວຍ ແກ້ວດາລາວົງ ໂດຍມີພະນັກງານສະຖານທູດ ແລະ ນັກສຶກສາລາວ ເຂົ້າຮ່ວມຮັບຟັງປະມານ 80 ຄົນ.

ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ມາເລເຊຍ ຄົບຮອບ 50 ປີ

lao malaysia 50 2

lao malaysia 50 1

ໃນວັນທີ 3 ພະຈິກ 2016, ​ສະຖານ​ເອກ​ອັກຄະລັດຖະທູດ​ແຫ່ງສປປລາວ​ ປະຈໍາ ປະເທດມາເລເຊຍ ​ໄດ້​ຈັດງານລ້ຽງສະ​ເຫລີ​ມສະຫລອງ​ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຄົບຮອບ 50 ປີ​ ທີ່ໂຮງແຮມ ເດິຣິດ - ຄາເຕິນ, ນະຄອນຫຼວງ ກົວລາລໍາເປີ, ໂດຍມີ ທ່ານ ດາໂຕະ ດຣ. ອາຊ໌ຣາບ ວາດີ ບິນ ດາໂຕະ ດູຊຸກີ (Dato’ Dr. Asyraf Wajdi Bin Dato’ Dusuki), ສະມາຊິກວຸດທິສະພາ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຕາງໜ້າລັດຖະບານມາເລເຊຍ ເຂົ້າຮ່ວມເປັນແຂກກິຕິມະສັກ, ພ້ອມກັນນັ້ນ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ບັນດາກະຊວງອົງການກ່ຽວຂ້ອງຂອງມາເລເຊຍ, ບັນດາທູດ ອາຊຽນ, ນັກທຸລະກິດທີ່ລົງທຶນຢູ່ລາວ, ບັນດາເພື່ອນມິດທີ່ມີການພົວພັນໃກ້ຊິດກັບສະຖານທູດ, ຕະຫຼອດທັງຄົນເຊື້ອຊາດລາວ ແລະ ນັກສຶກສາລາວຢູ່ມາເລເຊຍ ກໍໄດ້ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487695
ມື້ນີ້135
ມື້ວານ228
ອາທິດນີ້57
ເດືອນນີ້1088