ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

workshop

ໃນວັທີ 24 ຕຸລາ 2016, ທີ່ ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ, ກະຊວງການຕ່າງປະເທດ, ກົມອົງການຈັດຕັ້ງສາກົນໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ​ໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈຳນວນ 300 ກວ່າທ່ານຈາກມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານຄຳອິນຄິດຈະເດດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດທັງເປັນຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດເພື່ອຕິດຕາມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໂດຍມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ,ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເປັນປະທານຮ່ວມ. ກອງປະຊຸມໄດ້ຮັບຟັງໄດ້ຮັບຟັງການບັນລະຍາຍໂດຍວິທະຍາກອນຈາກກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດແລະກົມແຜນການ, ກະຊວງແຜນການແລະການລົງທຶນກ່ຽວກັບເປົ້າຫມາຍການພັດທະນາແບບຍືນຍົງ ແລະ ການເຊື່ອມສານເປົ້າໝາຍດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ກໍຄືຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ແລະ ວິໄສທັດ ປີ 2030 ຂອງ ສປປ ລາວ ເພື່ອໃຫ້ຜູ້ເຂົ້າຮ່ວມທັງຫມົດມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ.​

ໃນວັນທີ 25 ກັນຍາ 2015, ຜູ້ນຳຂອງ 193 ປະເທດສະມາຊິກອົງການ ສະຫະປະຊາຊາດ, ລວມທັງ ພະນະທ່ານ ຈູມມາລີ ໄຊຍະສອນ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ ເພື່ອຮັບຮອງເອົາວາລະການພັດທະນາໃໝ່ຂອງສາກົນທີ່ເປັນປະຫວັດສາດ ທີ່ເອີ້ນວ່າ "ຫັນປ່ຽນໂລກຂອງພວກເຮົາ: ວາລະ 2030 ເພື່ອການພັດທະນາແບບຍືນຍົງ", ເຊິ່ງລວມເຖິງເປົ້າຫມາຍການພັດທະນາແບບຍືນຍົງທີກວມເອົາດ້ານເສດຖະກິດ, ສັງຄົມແລະສິ່ງແວດລ້ອມລວມທັງໝົດ 17 ເປົ້າໝາຍຄື:

1. ​ລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ;

2. ລຶບລ້າງຄວາມອຶດຫິວ, ບັນລຸການຄ້ຳປະກັນສະບຽງອາຫານແລະປັບປຸງດ້ານໂພຊະນາການແລະສົ່ງເສີມການກະສິກຳແບບຍືນຍົງ;

3. ຮັບປະກັນການມີສຸຂະພາບທີ່ດີແລະສົ່ງເສີມຊີວິດການເປັນຢູ່ທີ່ດີຂອງທຸກຄົນທຸກເກນອາຍຸ;

4. ຮັບປະກັນການສຶກສາທີ່ມີຄຸນນະພາບ, ເທົ່າທຽມກັນແລະທົ່ວເຖີງແລະສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ;

5. ບັນລຸຄວາມສະເໝີພາບລະຫວ່າງຍິງ​-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະເດັກຍິງທຸກຄົນ;

6. ຮັບປະກັນໃຫ້ມີນ້ຳໃຊ້ແລະການບໍລິຫານນ້ຳແບບຍືນຍົງແລະສຸຂະອະນາໄມສຳລັບໝົດທຸກຄົນ;

7. ຮັບປະກັນການເຂົ້າເຖີງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ແລະລາຄາບໍ່ແພງສຳລັບໝົດທຸກຄົນ;

8. ສົ່ງເສີມການຂະຍາຍຕົວທາງດ້ານເສດຖະກິດທີ່ຕໍ່ເນື່ອງ, ທົ່ວເຖີງແລະຍືນຍົງ, ການມີວຽກເຮັດງານທຳທີ່ມີປະສິດທິຜົນແລະເຕັມສ່ວນແລະວຽກທີ່ມີຄຸນຄ່າສຳລັບໝົດທຸກຄົນ;

9. ສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງທົນທານ, ສົ່ງເສີມການຫັນເປັນອຸດສາຫະກຳແບບຍືນຍົງແລະທົ່ວເຖີງແລະສົ່ງເສີມນະວັດຕະກຳ;

10. ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດແລະລະຫວ່າງປະເທດ;

11. ສ້າງຕົວເມືອງແລະທີ່ພັກພາອາໃສຂອງປະຊາຊົນໃຫທົ່ວເຖີງ, ປອດໄພ, ໝັ້ນຄົງທົນທານແລະຍືນຍົງ;

12. ຮັບປະກັນຮູບແບບການອຸປະໂພກບໍລິໂພກ ແລະການຜະລິດໃຫ້ມີຄວາມຍືນຍົງ;

13. ເອົາມາດຕະການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດແລະຮັບມືຜົນກະທົບຈາກບັນຫາດັ່ງກ່າວ;

14. ອະນຸລັກແລະຊົມໃຊ້ມະຫາສະມຸດ, ທະເລແລະຊັບພະຍາກອນທາງທະເລແບບຍືນຍົງເພື່ອການພັດທະນາແບບຍືນຍົງ;

15. ປົກປ້ອງ, ຟື້ນຟູແລະສົ່ເສີມການນຳໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິແລະຟື້ນຟູການເສື່ອມໂຊມຂອງດິນແລະຢຸດການສູນເສຍຊີວະນາໆພັນ;

16. ສົ່ງເສີມໃຫ້ສັງຄົມມີຄວາມສະຫງົບສຸກແລະກວມລວມເພື່ອການພັດທະນາແບບຍືນຍົງ, ໃຫ້ທຸກຄົນສາມາດເຂົ້າເຖີງຄວາມຍຸຕິທຳແລະ້າງສະຖາບັນມີປະສິດທິພາບ, ມີຄວາມຮັບຜິດຊອບແລະທົ່ວເຖີງໃນທຸກລະດັບ;

17. ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແລະຟື້ນຟູການເປັນຄູ່ຮ່ວມສາກົນເພື່ອການພັດທະນາແບບຍືນຍົງ;

ນອກຈາກການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງຂອງສາກົນ ໃນ 15 ປີຕໍ່ຫນ້າ, ລັດຖະ ບານ ສປປ ລາວ ຍັງໄດ້ຮັບຮອງເອົາເປົ້າຫມາຍການພັດທະນາແບບຍືນຍົງ ທີ 18 ຊີວິດທີ່ປອດໄພຈາກລະເບີດທີ່ຍັງບໍ່ທັນແຕກ ຢ່າງເປັນທາງການໃນວັນທີ 7 ກັນຍາ 2016 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີ-ມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນ-ອົງການ ສປຊ, ເຊິ່ງເປັນການສານຕໍ່ຄວາມພະຍາຍາມຈັດຕັ້ງປະຕິບັດເປົ້າຫມາຍສະຫັດສະຫວັດດ້ານການພັດທະນາ ທີ 9 ກ່ຽວກັບການແກ້ໄຂຜົນກະທົບຂອງລະເບີດທີ່ຍັງບໍ່ທັນແຕກ ຂອງຕົນໃນໄລຍະຜ່ານມາ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487752
ມື້ນີ້192
ມື້ວານ228
ອາທິດນີ້114
ເດືອນນີ້1145