ໃນວັນທີ 02 ກັນຍາ 2016, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທະນະຄານການຄ້າຕ່າງປະເທດລາວ ໄດ້ມອບນ້ຳດື່ມ ໃຫ້ແກ່ສູນຂ່າວຕ່າງປະເທດ ຈຳນວນ 500 ແກັດ ແລະ ກອງເລຂາອາຊຽນ ຈຳນວນ 500 ແກັດ ເປັນມູນຄ່າທັງໝົດ 30.000.000 ກີບ. ໂດຍເປັນການກ່າວມອບຂອງ ທ່ານ ສຸພັກ ຖິ່ນໄຊພອນ, ຮອງຜູ້ອຳນວຍການທະນະຄານການຄ້າຕ່າງປະເທດລາວ, ຊຶ່ງເປັນກຽດຮັບໂດຍ ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວແລະ ທ່ານ ເອກກະພາບ ພັນທະວົງ, ຮອງຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ເພື່ອເປັນການປະກອບສ່ວນໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້.
ໃນວັນທີ 05 ກັນຍາ 2016, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ບໍລິສັດ ອີທີແອວ ມະຫາຊົນ ໄດ້ມອບເຄື່ອງອຸປະຖຳ ໃຫ້ແກ່ສູນຂ່າວຕ່າງປະເທດ ລວມມູນຄ່າ 3.500.000 ກີບ. ຊຶ່ງເປັນກຽດຮັບໂດຍ ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ, ຫົວໜ້າສູນຂ່າວຕ່າງປະເທດ, ອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ, ເພື່ອເປັນການປະກອບສ່ວນໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້.
ໃນວັນທີ 3 ກັນຍາ 2016, ໄດ້ຈັດມີກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 14 ຂຶ້ນ ທີ່ນະຄອນຫລວງວຽງຈັນ, ເພື່ອເລັ່ງແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງພາຍໃຕ້ຄວາມຮັບຜິດຊອບຂອງຕົນ. ພິເສດ ໄດ້ສຸມໃສ່ການຮ່າງເອກະສານຜົນໄດ້ຮັບສຳລັບກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ເຊິ່ງຈະຈັດຂຶ້ນໃນວັນທີ 6-8 ກັນຍານີ້.