ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທູດລາວ ປະຈຳ ຫວຽດນາມ ຮັບຫຼຽນກາລະນຶກ ຈາກສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ

 

20210319LNV

 

ໃນຕອນ​ຄ່ຳ​ຂອງ​ວັນ​ທີ 19 ມີນາ 2021, ທີ່​ ໂຮງ​ແຮມ​ມີ​ເລຍ, ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ມີ “ພິທີພົບປະເພື່ອນມິດສາກົນ ຂອງຄະນະ​ບໍລິຫານ​ງານຊາວໜຸ່ມກອມມູນິດໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງຄະນະຊາວ​ໜຸ່ມກອມມູນິດໂຮ່ຈິມິນ (ວັນ​ທີ 26 ມີນາ 1931-26 ມີນາ 2021), ໂດຍການເຂົ້າຮ່ວມຂອງ ສະຫາຍ ​ເລ ຮ່ວາຍ ຈູງ (Le Hoai Trung), ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນ​ກາງ ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ຮວ່າງ ບິ່ງ ກວນ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຄະນະພົວພັນຕ່າງປະເທດສູນ​ກາງ​ພັກ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂອງສູນກາງ. ນອກ​ນັ້ນ, ​ຍັງ​ມີຜູ້ປະສານງານຂອງສະຫະປະຊາຊາດ ປະຈຳ ຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ຫວຽດນາມ ​ເຂົ້າ​ຮ່ວມ​ປະ​ມານ 200 ຄົນ.

ອ່ານເພີ່ມເຕີມ... 

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ໄມຕີຈິດມິດຕະພາບຕຳຫຼວດປະຊາຊົນລາວ-ຫວຽດນາມ”

 

20210319 Lao Amb To Vietnam-1

20210319 Lao Amb To Vietnam-2

20210319 Lao Amb To Vietnam-3

 

       ວັນ​ທີ 19 ມີນາ 2021, ທີ່ ​ຫໍພິພິຕະພັນຕຳຫຼວດນະຄອນຫຼວງ​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາ ລາວ (ວັນທີ 22/03/1961-22/032021) ແລະ 60 ປີ ແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ວັນທີ 05/04/1961-05/04/2021), ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ມີ ສະຫາຍ ​ເລ ​ເຕີ່ນ ​ເຕີ້ຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີ​ກະຊວງ​ຕຳ​ຫຼວດຫວຽດນາມ ​ແລະ ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ​, ສະຫາຍ ບຸຍ ເຈື່ອງ ຢາງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ, ສະຫາຍ​ ຕາ ກວາງ ດົງ, ຮອງ​ລັດຖະມົນຕີກະຊວງວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ພ້ອມ​ດ້ວຍແຂກຖືກເຊີນຈາກບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ກົມກອງ ​ແລະ ພະນັກງານ, ນັກ​ສຶກສາ​ລາວ ທີ່​ກຳລັງ​ສຶກສາ​ຢູ່​ໂຮງຮຽນ​ຕຳຫຼວດ​ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

 

20210318 Lao Amb To Malaysia

 

ໃນ​ວັນ​ທີ 18 ມີ​ນາ 2021,ທ່ານ ນາງ ວຽງ​ສະ​ຫັວນ ສີ​ປະ​ເສີດໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ສົມ​ເດັດ​ ຢັງ​ດີເປີຕວນອາກົງອານຊຸນຕານອັບດູລາຣີອາຢຕູດິນ, ຣາຊາທິບໍດີ ແຫ່ງມາເລເຊຍເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳ ມາເລເຊຍ. ໃນໂອກາດນີ້, ທ່ານນາງວຽງສະຫວັນສີປະເສີດໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ທິບໍດີແຫ່ງ ມາເລເຊຍທີ່ໄດ້ໃຫ້ກຽດຮັບສານຕາຕັ້ງໃນຄັ້ງນີ້, ພ້ອມດຽວກັນນີ້, ທ່ານທູດລາວຍັງໄດ້ນຳເອົຄວາມຢື້ຢາມຖາມຂ່າວແລະຄຳອວຍພອນອັນປະເສີດຈາພະນະທ່ານບຸນຍັງວໍລະຈິດ, ປະທານປະເທດແຫ່ງປ ລາວສົ່ງເຖິງຣາຊາທິບໍດີແຫ່ງມາເລເຊຍແລອັກຄະມະເຫສີຈົ່ງມີຄວາມຜາສຸກແລະລະນາໄມສົມບູນ​, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າທ່ານຈະພະຍາຍາມສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ມາເລເຊຍໃຫ້ມີບາດກ້າໃໝ່ຂະຫຍາຍຕົວຂື້ນເລື້ອຍໆຕະຫຼອດໄລຍະການຕິບັດໜ້າທີ່ການທູດຢູ່ມາເລເຊຍ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486536
ມື້ນີ້90
ມື້ວານ142
ອາທິດນີ້198
ເດືອນນີ້5841