ໃນຕອນເຊົ້າຂອງວັນທີ 03 ທັນວາ 2020, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ ທັງເປັນຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ແອັກແມັກ (ACMECS) ຂອງສປປລາວພ້ອມດ້ວຍຄະນະຈາກ ຂະແຫນງການກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ແອັກແມັກ ໃນຮູບແບບທາງໄກ, ໂດຍການເປັນປະທານຂອງ ທ່ານ Sok Soken, ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ, ຕາງຫນ້າຫົວຫນ້າເຈົ້າຫນ້າທີ່ອາວຸໂສ ACMECS ຂອງກໍາປູເຈຍ ແລະ ໄດ້ມີບັນດາ ທ່ານຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອງປະເທດສະມາຊິກ ແອັກແມັກ ເຂົົ້າຮ່ວມກອງປະຊຸມດັ່ງກ່າວ.
ຈຸດປະສົງ ໃນການຈັດກອງປະຊຸມ ຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ກອງປະຊມສຸດຍອດ ACMECS ຄັ້ງທີ 9 ທີ່ຈະຈັດຂຶ້ນໃນວັນທີ 9 ທັນວາ 2020 ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ເອກະສານສໍາຄັນ ທີ່ ຜູ້ນໍາປະເທດແອັກແມັກ ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງໃນນັ້ນມີ ຖະແຫລງການພະນົມເປັນ ຂອງກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 9, ພະລາບົດບາດຂອງກອງທຶນພັດທະນາແອັກແມັກ (Terms of Reference of theACMECS Development Fund); ເອກະສານແນວຄວາມຄິດ ວ່າດ້ວຍ ກົນໄກການເຮັດວຽກສໍາລັບຄະນະກໍາມະການປະສານງານແອັກແມັກ ພາຍໃຕ້ແຜນແມ່ບົດແອັກແມັກ 2019-2023 (Concept Paper on Working Mechanism for AMCECS Coordinating Committees under ACMECS Master Plan 2019-2023) ແລະ ໂຄງການບູລິມະສິດ (List of Prioritized Projects). ໃນໂອກາດດຽວກັນນີ້ ບັນດາເຈົ້າຫນ້າທີ່ອາວຸໂສ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ທິດທາງການຮ່ວມມື ກັບບັນດາຄູ່ຮ່ວມພັດທະນາ ຂອງ ແອັກແມັກ ໃນປະຈຸບັນ ແລະ ຕໍ່ຫນ້າ.
ພ້ອມດຽວກັນນີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ ໄດ້ເນັ້ນໜັກເຖິງບົດບາດຄວາມສໍາຄັນ ຂອງການຮ່ວມມືແອັກແມັກໃນພາກພື້ນ ກໍຄື ການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ເປັນແຮງຂັບເຄື່ອນ ໃຫ້ແກ່ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ພ້ອມທັງສົ່ງເສີມການເຊື່ອມຈອດ ກັບພາກພື້ນ, ຊຶ່ງ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ ການກະກຽມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ບົນພື້ນຖານການຮັບປະກັນຜົນປະໂຫຍດລວມ ຂອງພາກພື້ນ ກໍຄື ການຊຸກຍູ້ການພັດທະນາ ແລະ ການຟື້ນຟູສະພາບເສດຖະກິດ-ສັງຄົມ ຂອງ ແຕ່ລະປະເທດສະມາຊິກ ໃນປະຈຸບັນ ລວມທັງ ພາຍຫລັງ ການແຜ່ລະບາດຂອງພະຍາດໂຄວິດ-19 .
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ, ສາມາດບັນລຸຕາມຈຸດປະສົງເປົ້າໝາຍ ທີ່ວາງໄວ້ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ທີ່ໃກ້ຈະມາເຖິງນີ້.