ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ແຟັງລັງ ໂດຍມອບສານຜ່ານ ເອກອັກຄະລັດຖະທູດ ແຫ່ງ ສ. ແຟັງລັງ ປະຈໍາ ຊູແອັດ ທີ່ ນະຄອນຫຼວງສະຕ໋ອກໂຮມ

 

 

20210119 Bounlieb Amb

 

ໃນຕອນເຊົ້າຂອງວັນທີ 19 ມັງກອນ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດແຟັງລັງ ປະຈໍາ ຣາຊະອານາຈັກ ຊູແອັດ ທີ່ ນະຄອນຫຼວງສະຕ໋ອກໂຮມ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງໃຫ້ ພະນະທ່ານ Sauli Niinistö, ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟັງລັງ, ໂດຍມອບສານຜ່ານ ທ່ານ ນາງ Liisa Talonpoika, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟັງລັງ ປະຈໍາ ຊູແອັດ ທີ່ນະຄອນຫຼວງ ສະຕ໋ອກໂຮມເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈຳ ສາທາລະນະລັດ ແຟັງລັງ ທີ່ມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ນະຄອນຫຼວງ ສະຕ໋ອກໂຮມ, ຣາຊະອານາຈັກ ຊູແອັດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ Talonpoika, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທ່ານ ບຸນລຽບ     ຮຸ່ງວົງສອນໃນການມາມອບສານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ແຟັງລັງ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດ ລາວ-ແຟັງລັງ ໃຫ້ຂະຫຍາຍຕົວຂື້ນໄປເລື້ອຍໆ. ພ້ອມນີ້, ທ່ານທູດ Talonpoika, ຍັງໄດ້ໃຫ້ຄວາມສໍາຄັນ ຕໍ່ສາຍພົວພັນຮ່ວມມືສອງປະເທດ ໂດຍສະເພາະການທູດເສດຖະກິດ ໃນຂະແໜງການພັດທະນາເສດຖະກິດປ່າໃມ້ ທີ່ເປັນມິດ ຕໍ່ສິ່ງແວດລ້ອມສີຂຽວ ແລະ ການທ່ອງທ່ຽວ.

ໃນໂອກາດດຽວກັນນີ້, ທ່ານທູດ ບຸນລຽບ ຮຸ່ງວົງສອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ທ່ານທູດທັງສອງ ກໍໄດ້ໂອ້ລົມແລກປ່ຽນຂໍ້ມູນ ແລະ ທ່າແຮງຈຸດເດັ່ນ ໃນຂົງເຂດວຽກງານຂອງການພັດທະນາປະເທດ ເພື່ອເສີມສ້າງການພົວພັນການຮ່ວມມື ໃນອະນາຄົດຂອງສອງປະເທດ ລາວ - ແຟັງລັງ ໃຫ້ຂະຫຍາຍຕົວຂື້ນໄປເລື້ອຍໆ.  

 

---------//----------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485492
ມື້ນີ້193
ມື້ວານ227
ອາທິດນີ້528
ເດືອນນີ້4797