ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ລ່ວງໜ້າ

Viet2

 

China3

 

Paris2

 

England2

 

ໃນວັນທີ 14 ກຸມພາ 2021 ທີ່ຜ່ານມາ, ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໄດ້ດຳເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ ຊຸດທີ II (2021-2026) ລ່ວງໜ້າຂຶ້ນ, ໂດຍມີ 40 ໜ່ວຍເລືອກຕັ້ງຈາກ ສະຖານເອກອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ ແລະ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃນທົ່ວໂລກ.

 

ການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນຄັ້ງນີ້ ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ, ໂດຍມີຜູ້ມີສິດເລືອກຕັ້ງທີ່ມາລົງທະບຽນ ລວມທັງໝົດ 13.404 ຄົນ, ຍິງ 5.493 ຄົນ, ຊຶ່ງລວມມີບັນດານັກການທູດ, ພະນັກງານສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ແລະ ພົນລະເມືອງລາວ ທີ່ອາໄສຢູ່ປະເທດຕ່າງໆ. ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ເປັນສິດ ແລະ ໜ້າທີ່ ຂອງພົນລະເມືອງລາວທຸກຄົນ ບໍ່ວ່າຈະຢູ່ພາຍໃນປະເທດ ຫຼື ດຳລົງຊີວິດຢູ່ຕ່າງປະເທດ. ການເລືອກຕັ້ງດັ່ງກ່າວເປັນເຫດການທາງການເມືອງທີ່ສຳຄັນຂອງຊາດ, ພ້ອມທັງເປັນການສືບຕໍ່ການກໍ່ສ້າງ ແລະ ບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ເປັນການເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນອົງການນິຕິບັນຍັດຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຶ່ງເປັນການສະແດງໃຫ້ເຫັນທາດແທ້ຂອງລັດ ສປປ ລາວ ທີ່ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວຢ່າງແທ້ຈິງ.

 

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງຊຸດທີ II ຂອງບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນຄັ້ງນີ້ ແມ່ນດໍາເນີນໄປຕາມຫຼັກການທົ່ວໄປ, ສະເໜີພາບ, ໂດຍກົງ, ລົງຄະແນນສຽງປິດລັບ, ໂປ່ງໃສ ແລະ ຍຸດຕິທຳ ໂດຍມີຜູ້ມາລົງຄະແນນສຽງທັງໝົດ 13.283 ຄົນ, ຍິງ 5.423 ຄົນ, ຄິດໄລ່ເປັນ 99% ຂອງຈໍານວນຜູ້ລົງທະບຽນ ໂດຍບໍ່ມີບັດຕາຍ. ສ່ວນຜູ້ທີ່ບໍ່ສາມາດປ່ອນບັດເລືອກຕັ້ງໄດ້ມີທັງໝົດ 121 ຄົນ ຍ້ອນວ່າ ບາງປະເທດມີການເຄັ່ງຄັດເຂັ້ມງວດ ໃນການໄປມາມາດຕະການປ້ອງກັນພະຍາດ ໂຄວິດ-19, ບາງປະເທດ ກໍຖືກໄລຍະພັກປີໃໝ່ ແລະ ບໍ່ມີເງື່ອນໄຂທີ່ຈະໃຫ້ພົນລະເມືອງລາວຈໍານວນໜຶ່ງ ສາມາດປະກອບສ່ວນເຂົ້າໃນການເລືອກຕັ້ງ. ພາຍຫຼັງສໍາເລັດການລົງຄະແນນເລືອກຕັ້ງ, ຄະນະກຳມະການໜ່ວຍເລືອກຕັ້ງຂອງແຕ່ລະໜ່ວຍ ກໍໄດ້ສັງລວມຄະແນນ ແລະ ລາຍງານຜົນການເລືອກຕັ້ງ ມາຍັງຄະນະກຳມະການການເລືອກຕັ້ງເຂດນະຄອນຫຼວງ ເພື່ອສັງລວມຜົນຮ່ວມກັບໜ່ວຍເລືອກຕັ້ງອື່ນໆ ທີ່ຢູ່ພາຍໃນ ນະຄອນຫຼວງວຽງຈັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480298
ມື້ນີ້128
ມື້ວານ157
ອາທິດນີ້696
ເດືອນນີ້6529