ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ: ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ”

20210304IFA

 

20210304IFA2

 

ໃນວັນທີ 04 ມີນາ 2021, ທີ່ສະຖາບັນການຕ່າງປະເທດ, ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ: ກາລະໂອກາດ ແລະ ສິ່ງທ້າທາຍຂອງ ລາວໃຫ້ກຽດເຂົ້າຮ່ວມບັນຍາຍໂດຍ ທ່ານ​ John PEARSON, ເອກອັກຄະລັດຖະທູດອັງກິດ ປະຈຳ ລາວ, ທ່ານທູດ ໄຊຍະການ ສີສຸວົງ, ປະທານສະມາຄົມມິດຕະພາບ ລາວ-ອັງກິດ ແລະ ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສະກຳແຫ່ງຊາດລາວ.

 

ກອງປະຊຸມສຳມະນາຄັ້ງນີ້ ເປັນກອງປະຊຸມເປີດກວ້າງໃຫ້ທັງພາກລັດຖະບານ ແລະ ພາກທຸລະກິດ ໄດ້ມີໂອກາດພົບປະໂອ້ລົມ ແລະ ສົນທະນາກ່ຽວກັບສະພາບການໃນປັດຈຸບັນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ພ້ອມດຽວກັນນັ້ນ, ກໍແລກປ່ຽນຄຳຄິດຄຳເຫັນໃນການດຶງດູດ ແລະ ຍາດແຍ່ງການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ກັບອັງກິດໃນຕໍ່ໜ້າ, ທັງເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ອັງກິດ. ໃນກອງປະຊຸມ, ນອກຈາກຜູ່ເຂົ້າຮ່ວມ​​ໄດ້ຮັບຟັງສະພາບການທາງດ້ານການຄ້າ ແລະ ການລົງທຶນ ລວມທັງທັດສະນະແລະນະໂຍບາຍການຕ່າງປະເທດຂອງອັງກິດ ຕໍ່ ລາວ, ສະພາບການພົວພັນຮ່ວມມື ລາວ-ອັງກິດ ໃນໄລຍະທີ່ຜ່ານມາ ກໍຄືແຜນການຮ່ວມມືໃນອະນາຄົດແລ້ວ, ຍັງໄດ້ຮັບຟັງທັດສະນະ ແລະ ແຜນການຮ່ວມມືໃນຕໍ່ໜ້າຂອງພາກທຸລະກິດ.

 

ສະຫະຣາຊະອານາຈັກອັງກິດ ໄດ້ປະກາດຖອນຕົວອອກຈາກສະຫະພາບເອີຣົບ ຢ່າງເປັນທາງການ ໃນວັນທີ 31 ມັງກອນ 2020 ເພື່ອສີ້ນສຸດການເປັນສະມາຊິກທີ່ມີໄລຍະຍາວນານເຖິງ 48 ປີ, ເຖິງແມ່ນວ່າການຖອນຕົວຈະມີຂຶ້ນຢ່າງເປັນທາງການ ແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເຈລະຈາ ເພື່ອບັນລຸຂໍ້ຕົກລົງຕ່າງໆ ເຊິ່ງໄລຍະເວລາການດຳເນີນການປ່ຽນຜ່ານດັ່ງກ່າວ ໄດ້ເຮັດສຳເລັດໃນວັນທີ 31 ທັນວາ 2020. ການເຈລະຈາບັນລຸຂໍ້ຕົກລົງໄດ້ກວມເອົາຫລາຍບັນຫາເຊັ່ນ: ເສລີພາບໃນການເດີນທາງເຂົ້າ-ອອກປະເທດ, ການເກັບພາສີອາກອນ, ບັນຫາດ້ານຄວາມໝັ້ນຄົງພາຍໃນພາກພື້ນ, ຂໍ້ຕົກລົງການຄ້າ-ການລົງທຶນ ແລະ ທິດທາງນະໂຍບາຍການຕ່າງປະເທດໃນຕໍ່ໜ້າ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນມາ. ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ແລະ ຂໍ້ຕົກລົງທີ່ກຳລັງມີຜົນບັງຄັບໃຊ້ ໄດ້ສ້າງປະກົດການໃໝ່ໃນເວທີການເມືອງ, ການຄ້າ-ການລົງທຶນ ແລະ ກຳລັງເປັນທີ່ຈັບຕາຂອງພາກພື້ນ ແລະ ສາກົນ ທີ່ວ່າການຫັນປ່ຽນດັ່ງກ່າວຈະເປັນໄປໃນທິດທາງໃດໃນອະນາຄົດ ແລະ ພ້ອມດຽວກັນ, ບັນດາປະເທດທີ່ເຄີຍເປັນຄູ່ຄ້າກັບ ສະຫະພາບເອີຣົບ ກໍ່ຕ້ອງໄດ້ມີການເຈລະຈາປຶກສາຫາລືກັບປະເທດອັງກິດ ເພື່ອສ້າງຂໍ້ຕົກລົງການຄ້າ-ການລົງທຶນສອງຝ່າຍນຳກັນໃໝ່ ເພື່ອຕອບສະໜອງສະຖານະພາບການເປັນເອກະລາດ ຈາກສະຫະພາບເອີຣົບຂອງອັງກິດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484634
ມື້ນີ້150
ມື້ວານ188
ອາທິດນີ້1072
ເດືອນນີ້3939