ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮ່ວມ ກ່ຽວກັບ ການສົ່ງເສີມຄວາມຮັບຮູ້ ວ່າດ້ວຍອັນຕະລາຍຂອງລະເບີດບໍ່ທັນແຕກ ຫຼື ສິ່ງເສດເຫຼືອໃນປາງສົງຄາມ ຢູ່ບັນດາປະເທດສະມາຊິກອາຊຽນ

ARMAC

 

ໃນວັນທີ 22 ສິງຫາ 2019, ທີ່ ​ໂຮງ​ແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ໄດ້ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມປຶກສາຫາລື ກ່ຽວກັບ ການສົ່ງເສີມຄວາມຮັບຮູ້ ວ່າດ້ວຍອັນຕະລາຍຂອງລະເບີດບໍ່ທັນແຕກ ຫຼື ສິ່ງເສດເຫຼືອໃນປາງສົງຄາມ ຢູ່ບັນດາປະເທດສະມາຊິກອາຊຽນ (​​ARMAC Consultative Meeting on Enhancing Awareness Programs on the Danger of Mine/Explosive Remnants of War among ASEAN Member States).

 

ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ, ສູນປະຕິບັດງານກ່ຽວກັບລະເບີດບໍ່ທັນແຕກໃນອາຊຽນ (ARMAC), ແລະ ກອງທຶນຮ່ວມ ຍີ່ປຸ່ນ-ອາຊຽນ (JAIF) ​​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຂອງ ສປປ ລາວ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ ຢູ່ ສປປ ລາວ ຢ່າງພ້ອມພຽງ. ຈຸດປະສົງຫຼັກຂອງ​ກອງປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ປຶກສາ​ຫາລືຊອກຫາວິທີການເຂົ້າເຖິງການສຶກສາ ເພື່ອເຜີຍແຜ່ກ່ຽວກັບຄວາມສ່ຽງ ແລະ ອັນຕະລາຍຈາກສິ່ງເສດເຫຼືອໃນປາງສົງຄາມ ໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບໃນທຸກປະເທດອາຊຽນ; ສົ່ງເສີມຊ່ອງທາງເຜີຍແຜ່ຂໍ້ມູນຜ່ານສິ່ງພິມຕ່າງໆຂອງສູນ ARMAC; ແລະ ສົ່ງເສີມຄວາມຮັບຮູ້ຂອງ ວັນທີ 4 ເມສາ ເປັນວັນທາງການຂອງອາຊຽນ ເພື່ອສະເຫຼີມສະຫຼອງວັນປູກຈິດສໍານຶກກ່ຽວກັບລະເບີດບໍ່ທັນແຕກ.

 

ການຈັດກອງປະຊຸມດັ່ງກ່າວ ແມ່ນໝູນວຽນກັນໃນບັນດາປະເທດສະມາຊິກອາຊຽນ​, ​ໂດຍ​ສະ​ເພາະ​ໃນ​ປະ​ເທດທີ່ມີຄວາມສ່ຽງສູງຕໍ່ບັນຫາລະເບີດທີ່ບໍ່ທັນແຕກ ເຊັ່ນ: ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ແນໃສ່ແລກປ່ຽນປະສົບການທີ່ດີທີ່ສຸດຂອງແຕ່ລະປະເທດ​, ການສົ່ງເສີມຄວາມຮັບຮູ້ຂອງປະຊາຊົນຜູ້ທີ່ມີຄວາມສ່ຽງ ໃຫ້ເຂົ້າໃຈ ແລະ ຫຼີກລ້ຽງ ຈາກການຕົກເປັນຜູ້​ເຄາະ​ຮ້າຍຂອງລະເບີດບໍ່ທັນແຕກ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480399
ມື້ນີ້57
ມື້ວານ172
ອາທິດນີ້797
ເດືອນນີ້6630