ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ

KP200819A

 

KP200819B

 

ໃນວັນທີ 20 ສິງຫາ 2019, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ, ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຢູ່ຕ່າງປະເທດ ໃຫ້ແກ່ໃຫ້ແກ່ບັນດາກະຊວງ, ອົງການຈັດຕັ້ງລັດທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຂັ້ນຕ່າງໆອ້ອມຂ້າງສູນກາງ ໂດຍການເປັນປະທານຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມທັງໝົດ ປະມານ 150 ກ່ວາທ່ານ ໂດຍມີຈຸດປະສົງໃນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບ ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສໍານັກງານຜູ້ຕາງໜ້າ ລວມທັງສິດ, ໜ້າທີ່ ແລະ ພັນທະຂອງສະມາຊິກຂອງສຳນັກງາຜູ້ຕາງໜ້າ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ໃຫ້ຖືກຕ້ອງ.

 

ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໄດ້ຜ່ານການຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ໃນວັນທີ 11 ທັນວາ 2018 ແລະ ເລີ່ມມີຜົນສັກສິດນັບແຕ່ວັນທີ 3 ກໍລະກົດ 2019 ເປັນຕົ້ນມາ ຊຶ່ງເປັນກົດໝາຍສະບັບທີສອງຂອງຂະແໜງການຕ່າງປະເທດ ແລະ ຖືເປັນໜຶ່ງໃນບາດກ້າວສໍາຄັນຂອງກະຊວງການຕ່າງປະເທດ ໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ ໃຫ້ເປັນລະບົບຄົບຊຸດເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງພັກ-ລັດ ຕາມເປົ້າໝາຍຂອງການສ້າງລັດຄຸ້ມຄອງດ້ວຍກົດໝາຍ       ໂດຍສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນແຕ່ລະໄລຍະ.

 

ກົດໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ, ການຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງເປັນການຮັບປະກັນໃຫ້ການພົວພັນກັບປະເທດທີ່ຮັບ ແລະ ອົງການຈັດຕັ້ງສາກົນ ລວມທັງການຄຸ້ມຄອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງການຈັດຕັ້ງຂອງ ສປປ ລາວ ລວມສູນ ແລະ ເປັນເອກະພາບ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນີ້, ກົດໝາຍສະບັບນີ້ ກໍຍັງເປັນບ່ອນອີງໃຫ້ແກ່ການສ້າງຖັນແຖວພະນັກງານ-ລັດຖະກອນການທູດ ກໍຄື ບຸກຄະລາກ່ອນອື່ນຂອງສຳນັກງານຜູ້ຕາງໜ້າ ໃຫ້ມີຄວາມຊໍານິຊໍານານງານໃນລະດັບສູງ, ມີຄວາມສັດຊື່ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ມີຄຸນທາດການເມືອງ, ສິນທຳປະຕິວັດ ສາມາດປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ, ປົກປັກຮັກສາອຳນາດອະທິປະໄຕ ແລະ ຜົນປະໂຫຍດຂອງຊາດ ກໍຄື ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ ແລະ ນິຕິບຸກຄົນຂອງລາວ ຢູ່ຕ່າງປະເທດ ໄດ້ເປັນຢ່າງດີ.

 

ປັດຈຸບັນນີ້, ສປປ ລາວ ມີສາຍພົວພັນການທູດກັບ 141 ປະເທດ ແລະ ມີສໍານັກງານຜູ້ຕາງໜ້າ ປະຈໍາ ຢູ່ຕ່າງປະເທດ ລວມທັງໝົດ 40 ແຫ່ງ. ສະນັ້ນ, ການຮັບຮອງເອົາກົດໝາຍດັ່ງກ່າວ ຖືເປັນການເພີ່ມທະວີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ໃນການສົົ່ງເສີມວຽກງານການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນປະເທດ, ຄວາມໝັ້ນຄົງ, ການຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ, ສົ່ງເສີມການຮ່ວມມືດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜງການອື່ນໆ ລະຫວ່າງ ສປປ ລາວ ກັບປະເທດທີ່ຮັບ ແລະ ອົງການຈັດຕັ້ງສາກົນ ລວມທັງການປະຕິບັດວຽກງານກົງສຸນ ແລະ ພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ນັບມື້ນັບໄດ້ຮັບໝາກຜົນດີກວ່າແນໃສ່ສ້າງສະພາບແວດລ້ອມພາຍນອກ ທີ່ເອື້ອອຳນວຍໃຫ້ແກ່ການເສີມຂະຫຍາຍການຮ່ວມມືກັບຕ່າງປະເທດ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ພ້ອມທັງເປັນການຍາດແຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480227
ມື້ນີ້57
ມື້ວານ157
ອາທິດນີ້625
ເດືອນນີ້6458