ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັນ ລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ລາວ ແລະ ສະຖາບັນການຕ່າງປະເທດ ຂອງ ອິນເດຍ

2019.9.6-sign-ifa-li

ໃນວັນທີ 06 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັນ ລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ລາວ ແລະ ສະຖາບັນການຕ່າງປະເທດ ຂອງ ອິນເດຍ ກ່ຽວກັບ ການຮ່ວມມືດ້ານວຽກງານການຈັດຊຸດຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ ແລະ ການຄົ້ນຄວ້າ ໃນຂະແໜງການຕ່າງປະເທດ. ໃຫ້ກຽດລົງນາມ ຝ່າຍລາວ ໂດຍ ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ແລະ ຝ່າຍອິນເດຍ ໂດຍ ທ່ານ Dinkar Asthana, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍການໃຫ້ກຽດຊ່ອງໜ້າເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະກົມຕ່າງໆຈາກ ກະຊວງການຕ່າງປະເທດ, ຄະນະພະແນກ ແລະ ພະນັກງານວິຊາການ ຈາກ ສະຖາບັນການຕ່າງປະເທດ, ແລະ ຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ເຂົ້າຮ່ວມຫຼາຍກວ່າ 20 ທ່ານ.

   ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການສືບຕໍ່ ພາຍຫຼັງການພົບປະກັນ ລະຫວ່າງ ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ Dinkar Asthana, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ, ໃນວັນທີ 13 ມິຖຸນາ 2019 ທີ່ ສະຖາບັນການຕ່າງປະເທດ. ຈຸດປະສົງ ແມ່ນເພື່ອສົ່ງເສີມການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ລາວ ແລະ ສະຖາບັນການຕ່າງປະເທດ ຂອງ ອິນເດຍ ກ່ຽວກັບ ການສ້າງຂີດຄວາມອາດສາມາດໃນການປະຕິບັດວຽກງານ ຂອງ ສະຖາບັນການຕ່າງປະເທດ ເປັນຕົ້ນແມ່ນ ການຈັດຊຸດຝຶກອົບຮົມວຽກງານການທູດ, ວຽກງານການຄົ້ນຄວ້າ, ການສົ່ງເສີມ ແລະ ແລກປ່ຽນຊ່ຽວຊານ ແລະ ນັກຄົ້ນຄວ້າ.

ສປປ ລາວ ແລະ ສ. ອິນເດຍ ໄດ້ມີສາຍພົວພັນການທູດອັນຢາວນານ ເລີ່ມແຕ່ຊຸມປີ 1950 ເປັນຕົ້ນມາ, ອິນເດຍໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າຢູ່ເວທີສາກົນ ໃນພາລະກິດການຕໍ່ສູ້ຂອງປະຊາຊົນລາວ ເພື່ອປົດປ່ອຍຕົນເອງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ອິດສະລະພາບ. ໃນວັນທີ 2 ກຸມພາ 1956, ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແລະ ມີການຮ່ວມມືຖານເພື່ອນມິດຕະຫຼອດມາ. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ປີ 1975, ການພົວພັນການທູດ ລະຫວ່າງ ສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມນຳກັນຢ່າງເປັນປົກກະຕິ. ເພື່ອຮັບປະກັນໃຫ້ແກ່ການພົວພັນ ແລະ ຮ່ວມມືສອງຝ່າຍ, ໃນປີ 1997 ສອງປະເທດ ໄດ້ສ້າງຕັ້ງຄະນະກຳມະທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ອິນເດຍ ໂດຍແມ່ນລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສອງປະເທດເປັນປະທານຮ່ວມ, ເຊິ່ງທຸກໆສອງປີ ຈະຜັດປ່ຽນກັນເປັນເຈົ້າພາບ ແລະ ກອງປະຊຸມຄະນະກຳມະທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ອິນເດຍ ຄັ້ງທີ 9, ກໍໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2018 ຜ່ານມາ ທີ່ ນະຄອນຫຼວງວຽງຈັນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480302
ມື້ນີ້132
ມື້ວານ157
ອາທິດນີ້700
ເດືອນນີ້6533