ໃນຕອນເຊົ້າຂອງ ວັນທີ 16 ສິງຫາ 2019, ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້້າຢ້ຽມອໍາລາ ຂອງ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ສໍາເລັດການປະກອບສ່ວນຂອງຕົນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ຣັດເຊຍ ໄດ້ຮັບການຂະຫຍາຍຕົວຂຶ້ນໃນໄລຍະໃໝ່ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະເວລາທີ່ທ່ານໄດ້ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ຜົນສໍາເລັດດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການປະສານງານ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນໃນລະດັບຕ່າງໆນໍາກັນເປັນຕົ້ນ: ການຢ້ຽມຢາມ ສະຫະພັນ ຣັດເຊຍ ຂອງພະນະທ່ານ ທອງລຸນ ສີສຸດລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນປີ 2017, ການຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ນະຄອນຫລວງວຽງຈັນ ຂອງ ທ່ານ ເດີມີຕຣີ ເມັດເວເດັບ, ນາຍົກລັດຖະມົນຕີ ແຫ່ງ ສ. ຣັດເຊຍ ໃນປີ 2016, ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ແມ່ຍິງ ເອີຣົບ-ອາຊີ ຄັ້ງທີ II ທີ່ເມືອງ ຊັງປີເຕີສະເບີກ, ຣັດເຊຍ ຂອງທ່ານ ນ. ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ, ປະສານ ແລະ ຊຸກຍູ້ການນໍາ ຣັດເຊຍ ເພື່ອນໍາເຄື່ອງຊ່ວຍເຫລືອບັນເທົາທຸກ ຈາກລັດຖະບານ ຣັດເຊຍ ເພື່ອນໍາໄປຊ່ວຍເຫລືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກເຫດການໄພນໍ້າຖ້ວມ ຢູ່ ແຂວງອັດຕະປື ໃນປີ 2018, ຊຶ່ງມີມູນຄ່າທັງໝົດ 330.000 ໂດລາສະຫະລັດ ແລະ ການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ. ນອກຈາກນີ້ ສະຖານທູດ ໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມບັນດາກິດຈະກໍາຕ່າງໆຂອງສອງປະເທດ ທີ່ຈັດຂຶ້ນຄື: ກອງປະຊຸມຄະນະກໍາມາທິການຮ່ວມມືດ້ານ ເສດຖິດ-ການຄ້າ ແລະ ວິທະຍາສາດເຕັກນິກ ລາວ-ຣັດເຊຍ, ງານສັບປະດາວັດທະນະທໍາ ຣັດເຊຍ ຢູ່ ສປປ ລາວ, ການຈັດພົບປະອະດີດນັກສຶກສາລາວ ທີ່ຮຽນຈົບຈາກ ອະດີດສະຫະພາບ ໂຊວຽດ ແລະ ຣັດເຊຍ ຢູ່ນະຄອນຫລວງວຽງຈັນ ແລະ ກິດຈະກໍາອື່ນໆ. ການປະກອບສ່ວນດັ່ງກ່າວ ໄດ້ເປັນກໍາລັງແຮງອັນໜຶ່ງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ. ທ່ານ ມີຄາອິນ ບາຣານນົບ, ເອກອັກຄະລັດຖະທູດຣັດເຊຍ ກໍ່ໄດ້ຢືນຢັນເຖິງຄວາມຸ້ງມາດປາດຖະນາຂອງ ຣັດເຊຍ ທີ່ຈະສືບຕໍ່ການຮ່ວມມືທີ່ມີຮູບປະທໍາ ແລະ ມີໝາກຜົນ ກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສືບຕໍ່ພັດທະນາ ເພື່ອຍົກການຮ່ວມມືຂຶ້ນສູ່ລະດັບໃໝ່. ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການໄປປະຕິບັດໜ້າທີ່ໃໝ່ຂອງຕົນ ແລະ ຫວັງວ່າຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມື ລາວ-ຣັດເຊຍ ແລະ ພ້ອມນີ້ກໍ່ຂໍໃຫ້ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.