ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

 

WhatsApp Image 2023 02 03 at 074607

     ວັນທີ 2 ກຸມພາ 2023, ທີ່ ກອງເລຂາອາຊຽນ, ຈາກາກຕາ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານຂອງ ອິນໂດເນເຊຍ ເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ທີ່ຈະຈັດຂື້ນໃນວັນທີ 3-4 ກຸມພາ 2023.

ອ່ານເພີ່ມເຕີມ... 

ກະຊວງການຕ່າງປະເທດ ເຜີຍແຜ່ກົດໝາຍ ວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ເອກະສານຄໍາແນະນໍາໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ

 

PublishDoc1

PublishDoc2

PublishDoc3

 

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ແລະ ເອກະສານຄໍາແນະນໍາໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໂດຍການເປັນປະທານ ຂອງທ່ານ ບຸນເຫລືອ ພັນດານຸວົງ, ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ  ເຊິ່ງມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ  ແລະ ລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຈຳນວນ 100 ກວ່າທ່ານ ໃນ ວັນທີ 02 ກຸມພາ 2023 ທີ່ ກະຊວງການຕ່າງປະເທດ.

 

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ຢູ່ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ

  

  

20230130 31 DPM Phoxay 1

20230130 31 DPM Phoxay 2

20230130 31 DPM Phoxay 3

20230130 31 DPM Phoxay 4

 

     

ໃນວັນທີ 30-31 ມັງກອນ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ຕິດຕາມ ແລະ ກວດກາຄວາມພ້ອມໃນການຈັດຕັ້ງປະຕິບັດ ກວດກາ ປະຕູດຽວ, ຄັ້ງດຽວ ຫຼື ຈຸດກວດກາຮ່ວມ ທີ່ ດ່ານສາກົນແດນສະຫວັນລາວ-ບາວ (ທີ່ໄດ້ຢຸດຕິໃນປີ 2021 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19) ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2, ສະຫວັນນະເຂດ-ມຸກດາຫານ. ການປະຕິບັດ ການກວດກາຮ່ວມດັ່ງກ່າວ ແມ່ນເປັນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານສໍາລັບປະເທດອະນຸພາກພື້ນລຸ່ມແມ່ນໍ້າຂອງ  ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor) ແລະ ສັນຍາການສົ່ງຂ້າມແດນຂອງບັນດາປະເທດລຸ່ມແມ່ນໍ້າຂອງ (GMS-CBTA). ການກວດດັ່ງກ່າວ ແມ່ນການເຮັດວຽກຮ່ວມກັນຂອງເຈົ້າໜ້າທີ່ຂອງສອງປະເທດ ໃນການກວດກາສິນຄ້າ ແລະ ບຸກຄົນຂ້າມແດນ ຢູ່ດ່ານຊາຍແດນເບື້ອງໃດເບື້ອງໜຶ່ງ ໂດຍຈະບໍ່ມີການກວດກາຊໍ້າຊ້ອນກັນຢູ່ດ່ານອີກປະເທດໜຶ່ງ, ຊຶ່ງການກວດກາດັ່ງກ່າວ ຈະເປັນການຫຼຸດຜ່ອນໄລຍະເວລາໃນການແຈ້ງເອກະສານເຂົ້າ-ອອກ ແລະ ການກວດກາສິນຄ້າ ເພື່ອອໍານວຍຄວາມສະດວກໃນການໄປມາຂອງປະຊາຊົນ, ຊຸກຍູ້ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການຂົນສົ່ງສິນຄ້າຂ້າມແດນ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404061
ມື້ນີ້263
ມື້ວານ305
ອາທິດນີ້472
ເດືອນນີ້6101