ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກະຊວງການຕ່າງປະເທດ ຈັດພິທີເຜີຍແຜ່ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

   

  

20230131 DFM Ting 1

20230131 DFM Ting 2

  

  

ໃນຕອນເຊົ້າຂອງ ວັນທີ 31 ມັງກອນ 2023 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີເຜີຍແຜ່ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949- 20 ມັງກອນ 2023 ) ພາຍໃຕ້ການເປັນປະທານຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ​ເຊິ່ງມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກ ​ແລະ ພະນັກງານ-ລັດຖະກອນ ພາຍ​ໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ເອກະສານລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ປະຈຳປີ 2022

 

Thongphan25123 2

Thongphan25123 1

Thongphan25123 3

Thongphan25123 4

 

ກະຊວງການຕ່າງປະເທດ ກໍ່ຄື ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ບາງເອກະສານສຳຄັນ ເພື່ອລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ຂຶ້ນ ໃນວັນທີ 25 ມັງກອນ 2023 ທີ່ ຫ້ອງປະຊຸມໃຫຍ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ໂດຍມີພະນັກງານ-ລັດຖະກອນພາຍໃນກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນຈຳນວນໜຶ່ງ ເຂົ້າຮ່ວມທັງໝົດ 226 ທ່ານ, ໃນທ່າມກາງບັນຍາກາດ ທີ່ທົ່ວອົງຄະນະພັກກະຊວງການຕ່າງປະເທດພວກເຮົາ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ IV ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທຸກຮູບແບບ ກໍ່ຄື ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ແມ່-ເດັກ ຂອງກະຊວງການຕ່າງປະເທດ ໄປພ້ອມກັບການປະຕິບັດໜ້າທີ່ການ ເມືອງ-ການຕ່າງປະເທດຂອງຕົນ ຢ່າງຕັ້ງໜ້າ.

ອ່ານເພີ່ມເຕີມ... 

ກອງປະຊຸມປຶກສາ ‘‘ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ’’

  

  

WhatsApp Image 2023 01 19 at 091055 1

WhatsApp Image 2023 01 19 at 091106

  

  

ໃນວັນທີ 19 ມັງກອນ 2023, ທີ່ແຂວງ ຊຽງຂວາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ‘‘ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ’’, ໂດຍການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນໂຮມ ເທດທານີ, ຮອງເລຂາພັກເເຂວງ, ປະທານສະພາປະຊາຊົນເເຂວງຊຽງຂວາງ. ກອງປະຊຸມຄັ້ງນີ້ເປັນຫນຶ່ງໃນກິດຈະກໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 8 ແຂວງພາກເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງຊຽງຂວາງ, ຫົວພັນ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581