ໃນວັນທີ 20 ກຸມພາ 2023 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາສົກປີ 2022-2023 ຢູ່ເຂດເມືອງຄໍາ ແລະ ເມືອງໜອງແຮດ, ແຂວງຊຽງຂວາງ ແລະ ເຂດເມືອງຫ້ຽມ, ແຂວງຫົວພັນ.
ໃນຕອນເຊົ້າຂອງວັນທີ 17 ກຸມພາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອາຣິມະ ຢູທະກະ, ຫົວໜ້າກົມອາຊີຕາເວັນອອກ ສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ຝ່າຍຍີ່ປຸ່ນເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-17 ກຸມພາ 2023.
ໃນວັນທີ 15 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ເຫວີຍ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ, ສປ ຈີນພ້ອມດ້ວຍຄະນະ.