ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ແຂວງຈຳປາສັກ

                     

20211216 VN Consul in CPS - 1

           

ໃນຕອນເຊົ້າວັນທີ 16 ທັນວາ 2021, ທີ່ ກະຊວງການຕ່າງປະເທດ,ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຫງວຽນ ວັນ ຈຸງ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈຳປາສັກ, ສປປ ລາວ.

ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ສະຫາຍ ຫງວຽນ ວັນ ຈຸງທີ່ຖືກແຕ່ງຕັ້ງມາເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ແຂວງຈຳປາສັກ, ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສສ ຫວຽດນາມ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂະ     ແໜງການຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ, ປະສົບການໃນຂົງເຂດວຽກງານການຕ່າງປະເທດຂອງ ສະຫາຍ ຫງວຽນ ວັນ ຈຸງ ຈະປະກອບສ່ວນພັດທະນາ 4 ແຂວງພາກໃຕ້ ຂອງລາວ ກໍ່ຄື ແຂວງຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ ຂອງລາວ ກັບ ບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພິເສດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງ ລະຫວ່າງ ກະຊວງການຕ່າງປະເທດລາວ ກັບ ສະຖານທູດ ແລະ ສະຖານກົງສູນໃຫຍ່ ສສ ຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີລະຫວ່າງສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ ເຖິງແມ່ນວ່າຫຼາຍກິດຈະກໍາຈະໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ການນໍາຂັ້ນສູງຂອງສອງປະເທດ ກໍ່ຍັງມີການໄປມາຫາສູ່ກັນຢ່າງບໍ່ຂາດ.

ໃນໂອກາດດຽວກັນນີ້, ສະຫາຍ ຫງວຽນ ວັນ ຈຸງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ໂພໄຊ ໄຂຄຳພິທູນ ແລະ ຈະສືບຕໍ່ໃຫ້ການຮ່ວມມືກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການຖ້ອງທິ່ນຂອງ ສປປ ລາວ ໂດຍສະເພາະແມ່ນການປະກອບສ່ວນພັດທະນາ 4 ແຂວງພາກໃຕ້ ຂອງລາວ, ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງລາວ ກັບ ບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບ   ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃຫ້ການຮ່ວມມືຢ່າງໃກ້ຊິດ ກໍ່ຄືສືບຕໍ່ໃຫ້ການສະຫນັບສະຫນູນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການຟື້ນຟູເສດຖະກິດໃນໄລຍະ ແລະ ຫລັງການແຜ່ລະບາດຂອງພະຍາດ COVID -19 ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາຫຼາຍຂຶ້ນ.

           

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490480
ມື້ນີ້33
ມື້ວານ213
ອາທິດນີ້5
ເດືອນນີ້3873