ໃນວັນທີ 02 ກຸມພາ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອລ້ານອກແຜນ ຂອງ ລັດຖະບານຍີ່ປຸ່ນ ໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ຢູ່ ສປປ ລາວ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ແລະ ມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 10 ມັງກອນ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍ: “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19” ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ໃນວັນທີ 5 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແບບທາງໄກ. ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ກໍາປູເຈຍ (ປະທານອາຊຽນ ສົກປີ 2022) ແລະ ມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສປະເທດອາຊຽນອື່ນ ແລະ ຮອງເລຂາທິການໃຫຍ່ອາຊຽນຢ່າງພ້ອມພຽງ.
ກອງປະຊຸມ ໄດ້ປຶກສາຫາລື ເປັນຕົ້ນແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ປຶກສາຫາລື ແລະ ດ້ານພະລາທິການ ອື່ນໆເພື່ອກະກຽມ ໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ວົງແຄບ, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18-19 ມັງກອນ 2022 ທີ່ ສຽມຣຽບ, ລາຊະອານາຈັກກໍາປູເຈຍ.