ໃນຕອນເຊົ້າຂອງວັນທີ 29 ພະຈິກ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ເຂົ້າອວຍພອນຄະນະນໍາກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ, ຕາງໜ້າກະຊວງການຕ່າງປະເທດຕ້ອນຮັບໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.