ໃນຕອນເຊົ້າຂອງ ວັນທີ 7 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ອາຊີຕາເວັນອອກ ຄັ້ງທີ 19 ແບບທາງໄກ (19th East Asia Forum) ພາຍໃຕ້ການເປັນປະທານຂອງ ສ.ເກົາຫຼີ, ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື ພາຍໃຕ້ຫົວຂໍ້: ການຟື້ນຟູພາຍຫຼັງໂຄວິດ-19 ໃນອາຊີຕາເວັນອອກ ທີ່ກວມລວມ ແລະ ເຂັ້ມແຂງ ເຊິ່ງກວມເອົາສາມຂົງເຂດບູລິມະສິດຄື: 1. ວຽກງານສາທາລະນະສຸກ ແລະ ສຸຂະພາບ, ແຜນການຮ່ວມມືດ້ານຄວາມໝັ້ນຄົງທາງດ້ານສຸຂະພາບພາຍຫຼັງໂຄວິດ-19 ເປັນຕົ້ນແມ່ນການນໍາໃຊ້ກອງທຶນຕ່າງໆ ເພື່ອກຽມພ້ອມໃນການຮັບມືກັບການແຜ່ລະບາດຂອງພະຍາດອື່ນໆໃນອະນາຄົດ, ມາດຕະການຕ່າງໆທາງດ້ານສາທາ ລະນະສຸກໃນພາກພື້ນ, ການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາວັກຊິນ; 2. ການຫັນເປັນດິຈິຕອນ: ແລກປ່ຽນຄວາມຄິດເຫັນໃນການສຸມໃສ່ການລົງທຶນດ້ານເສດຖະກິດດີຈີຕອນ, ການພັດທະນາຄວາມສາມາດໃນການນໍາໃຊ້ດີຈີຕອນ ແລະ ນໍາໃຊ້ດີຈີຕອນໃນວຽກງານສາທາລະນະສຸກ, ການສຶກສາ ແລະ ອື່ນໆ; ແລະ 3. ການພັດທະນາສີຂຽວ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການນໍາໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ.
ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ມີຄໍາເຫັນເນັ້ນໜັກໃສ່ການຮ່ວມມືໃນຂົງເຂດດ້ານຄວາມໝັ້ນຄົງທາງດ້ານສຸຂະພາບພາຍຫຼັງໂຄວິດ-19 ເຊັ່ນ: ການສືບຕໍ່ພັດທະນາບັນດາບຸກຄະລາກອນການແພດ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ເພື່ອກຽມພ້ອມຕໍ່ການຮັບມືກັບໂລກລະບາດ ແລະ ພະຍາດສາຍພັນໃໝ່. ພ້ອມນີ້, ໄດ້ສະເໜີໃຫ້ສືບຕໍ່ການຮ່ວມມືເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ວັນຊິນ ລວມທັງສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ຜະລິດຢາວັກຊິນໃນພາກພື້ນ.