ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ACD ແບບທາງໄກ

 

ACD1

ACD2

 

ໃນວັນທີ 17 ພະຈິກ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວ​ທີ​ປຶກ​ສາ​ຫາ​ລືການຮ່ວມມືແຫ່ງອາຊີ (ACD) ໃນຮູບແບບທາງໄກ,ໂດຍການເປັນປະທານຮ່ວມຂອງ ລັດຖະມົນຕີຕ່າງປະເທດ ສາທາລະນະລັດ ຕວັກກີ ແລະ ລັດຖະມົນຕີຕ່າງປະເທດ ຣາຊະອານາຈັກ ບາເຣນ, ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ເອຊີດີ, ເລຂາທິການ ACD ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.

ກອງປະຊຸມໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ຄືບ​ໜ້າ​ຂອງ ການຈັດ​ຕັ້ງ​ປະຕິບັດບັນດາກິດຈະກຳຕ່າງໆ ໃນໄລຍະປີ 2020-2021 ຜ່ານມາ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ວິໄສທັດໃໝ່ ສຳລັບ ການຮ່ວມມື ACD ໃນອະນາຄົດ, ເຊິ່ງກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາແຜນແມ່ບົດ ເອຊີດີ (ACD Blueprint) 2021-2030 ເພື່ອເປັນທິດທາງໃນການສືບຕໍ່ສົ່ງເສີມການຮ່ວມມືໃນພາກພື້ນອາຊີ ໂດຍເໜັ້ນໃສ 6 ຂົງເຂດ ບູລິມະສິດຄື: 1.) ການຄໍ້າປະກັນທາງດ້ານອາຫານ, ນໍ້າ ແລະ ພະລັງງານ; 2.) ການເຊື່ອມຈອດ; 3) ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; 4) ການສຶກສາ ແລະ ການພັດທະນາທາງດ້ານຊັບພະຍາກອນມະນຸດ; 5) ການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວ; ແລະ 6) ແນວທາງການພັດທະນາແບບຮອບດ້ານ ແລະ ຍືນຍົງ. ພ້ອມນີ້, ກອງປະຊຸມຍັງໄດ້ມີພິມີມອບ-ຮັບໜ້າທີ່ປະທານ ACD ລະຫວ່າງ ຕວັກກີ, ປະທານຜູ້ເກົ່າ ແລະ ບາເຣນ, ປະທານຜູ້ໃໝ່ ແລະ ໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ACD ທີ່ ປະເທດ ກາຕ້າ ຈະເປັນເຈົ້າພາບຈັດຂຶ້ນໃນປີ 2023.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຕີລາຄາສູງຕໍ່ບັນດາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດໃນຂອບການຮ່ວມມື ACD ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ບາເຣນ ທີ່ຈະຮັບໜ້າທີ່ເປັນປະທານ ACD ຜູ້ໃໝ່ໃນໄລຍະປີ 2021-2022 ພ້ອມທັງຊົມເຊີຍຜົນສຳເລັດການເປັນປະທານ ACD ຂອງ ຕວັກກີ ໃນໄລຍະ 2 ປີຜ່ານມາ. ພ້ອມນີ້, ໄດ້ສະແດງຄວາມໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ACD ຢ່າງໃກ້ຊິດ ເພື່ອສ້າງໃຫ້ພາກພື້ນອາຊີ ເປັນພາກພື້ນທີ່ມີການພັດທະນາແບຍືນຍົງ, ທົ່ວເຖິງ ແລະ ມີການເຊື່ອມໂຍກ ແລະ ເຊື່ອມຈອດກັນຢ່າເຂັ້ມແຂງ.

ຂອບການຮ່ວມມື ເອຊີດີ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2002, ສະມາຊິກເອຊີດີ ກໍ່ຕັ້ງ​ໃນເບື້ອງຕົ້ນມີ18 ປະເທດ, ໃນນັ້ນ ລວມມີ ສປປ ລາວ ແລະ ສະມາຊິກ ອາຊຽນ ອື່ນໆ. ມາເຖິງປະຈຸບັນ, ACD ມີສະມາຊິກທັງໝົດ 36 ປະເທດຄື: ອັບການິດສະຖານ, ບາເຣນ, ບັງກະລາເທດ, ພູຖານ, ບຣູໄນ, ກຳປູເຈຍ, ສປ ຈີນ, ອິນເດຍ, ອິນໂດເນຍເຊຍ, ອີຣ່ານ, ຍີ່ປຸ່ນ, ກາຊັກສະຖານ, ກູເວດ, ກາສະຖານ, ສ.ເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກລີ, ມຽນມາ, ໂອມານ, ປາກີສະຖານ, ຟີລິບປິນ, ກາຕາ, ລັດເຊຍ, ຊາອຸດິອາລາເບຍ, ສິງກະໂປ, ສີລັງກາ, ທາຈິກິດສະຖານ, ຕວັກກີ, ໄທ, ສະຫະລັດອາຣັບ ເອມິເຣດ, ອຸສະເບກິດສະຖານ, ສສ ຫວຽດນາມ, ເນປານ, ສ່ວນ ປາເລດສະຕິນ ເຂົ້າ​ເປັນ​ສະ​ມາ​ຊິກ ເອ​ຊີ​ດີ ເປັນປະເທດທີ່ 36, ຊຶ່ງ​ໄດ້​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ເອ​ຊີ​ດີ ຄັ້ງ​ທີ 16 ໃນ​ເດືອນ​ພຶດ​ສະ​ພາ 2019 ທີ່ ໂດ​ຮາ, ກາ​ຕ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490476
ມື້ນີ້29
ມື້ວານ213
ອາທິດນີ້1
ເດືອນນີ້3869