ໃນຕອນເຊົ້າຂອງວັນທີ 27 ກັນຍາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 7 ແບບທາງໄກ (7thMeeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ;ເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ (ວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກ); ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ 2020 ແລະ ກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 6 ໃນເດືອນກຸມພາ 2021 ຜ່ານມາ. ໃນນີ້, ກອງປະຊຸມ ໄດ້ຮັບຊາບບົດລາຍງານທ້າຍປີ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ, ພ້ອມທັງຍິນດີຕໍ່ການສ້າງຕັ້ງໜ່ວຍງານປະຈໍາ ກອງເລຂາ ອາຊຽນ ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນຟື້ນຟູ ແລະ ສະໜັບສະໜູນການສ້າງລະບຽບການ ສໍາລັບການມີສ່ວນຮ່ວມຂອງຄູ່ຮ່ວມອາຊຽນ; ແລະ ຮັບຊາບຄວາມຄືບໜ້າການພັດທະນາແລວການເດີນທາງໃນອາຊຽນ, ໂດຍສະເພາະຜົນສໍາເລັດຂອງໜ່ວຍງານສະເພາະກິດ ໃນການຮ່າງແຜນຂໍ້ຕົກລົງສ້າງແລວການເດີນທາງໃນອາຊຽນ ທີ່ຜ່ານການຮັບຮອງໃນກອງປະຊຸມ ສະພາປະສານງານອາຊຽນ ຄັ້ງທີ 29 ໃນເດືອນສິງຫາ 2021 ຜ່ານມາ.
ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ກອງເລຂາອາຊຽນ ໂດຍສົມທົບກັບເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ເລັ່ງລັດຂັ້ນຕອນການນໍາໃຊ້ງົບປະມານ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດ ໂຄວິດ-19 ເພື່ອຈັດຊື້ຢາວັກຊີນຕ້ານພະຍາດ ໂຄວິດ-19 ໃຫ້ປະຊາຊົນອາຊຽນ; ຊຸກຍູ້ໃຫ້ເລັ່ງລັດສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ໃຫ້ສໍາເລັດໂດຍໄວ; ແລະ ມອບໃຫ້ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ສືບຕໍ່ປຶກສາຫາລືລາຍລະອຽດ ກ່ຽວກັບ ການສະເໜີສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກອາຊຽນບວກສາມ.
ພິເສດ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຄັດເລືອກປະເທດເຈົ້າພາບ (host country) ສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ, ຊຶ່ງໄດ້ຊຸກຍູ້ໃຫ້ຂະແໜງການສາທາລະນະສຸກອາຊຽນ, ໂດຍສະເພາະບັນດາເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ເລັ່ງລັດຂັ້ນຕອນການຄັດເລືອກດັ່ງກ່າວ ເພື່ອເປັນໝາກຜົນໜຶ່ງທີ່ສໍາຄັນ ຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ໃນທ້າຍເດືອນຕຸລາ 2021 ນີ້. ນອກນີ້, ກໍໄດ້ຮັບຊາບບັນດາຂໍ້ສະເໜີຂອງໜ່ວຍງານ ດ້ານສຸຂະພາບ ສະພາທີ່ປຶກສາທຸລະກິດອາຊຽນ ກ່ຽວກັບ ການມີສ່ວນຮ່ວມຂອງພາກເອກະຊົນໃນການແກ້ໄຂບັນຫາໂຄວິດ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 (30th ASEAN Coordinating Council Meeting) ໃນຕົ້ນເດືອນ ຕຸລາ 2021 ເພື່ອມີທິດຊີ້ນໍາ ຕໍ່ໄປ.
-----------------------------------