ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປະຖະກະຖາຂື້ນ, ໃນຫົວຂໍ້: “ຫວນຄືນ 25 ປີ ແຫ່ງ ການພົວພັນການທູດ ລາວ-ອາເມຣິກາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ”

 

202337 1

202337 3

202337

 

ໃນຕອນເຊົ້າຂອງວັນທີ 07 ມີນາ 2023, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຮ່ວມກັບ ສະຖານທູດ ສ. ອາເມຣິກາ ປະຈໍາ ສປປ ລາວ ໄດ້ຈັັດປະຖະກະຖາຂື້ນ, ໃນຫົວຂໍ້: “ຫວນຄືນ 25 ປີ ແຫ່ງ ການພົວພັນການທູດ ລາວ-ອາເມຣິກາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ”, ທີ່ ສູນການຝືກອົບຮົມ ແລະ ການຮ່ວມມືສາກົນ,  ພາຍໃຕ້ການເປັນປະທານກ່າວເປີດຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເປັນຜູ້ດໍາເນີນກອງປະຊຸມ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ

 

202332THONGPHAN 1

202332THONGPHAN 2

202332THONGPHAN 3

 

ທ່ານ ນາງ Melissa Brown, ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ຮັບຜິດຊອບນະໂຍ ບາຍການຕ່າງປະເທດ ແລະ ປະສານງານວຽກງານໃນຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ໄດ້ເດີນທາງມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 01-05 ມີນາ 2023.

ອ່ານເພີ່ມເຕີມ... 

ກອງປະຊຸມ “ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”

 

PSX 20230228 103410

PSX 20230228 103322

 

ໃນວັນທີ 28 ກຸມພາ 2023, ທີ່ແມືອງວັງວຽງ ແຂວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດາວເຮືອງ ນັນທາວົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ. ກອງປະຊຸມນີ້ ແມ່ນເປັນຫນຶ່ງໃນກິດຈະກໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປປ ລາວ  ໄດ້ຮັບການຊ່ວຍເຫຼືອໃນຂົງເຂດວຽກງານດັ່ງກ່າວ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ຂະແໜງການ ຈາກ 6 ແຂວງພາກກາງຂອງ ສປປ ລາວ ເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581