ໂດຍຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນລະຫວ່າງວັນທີ 03 - 05 ສິງຫາ 2023 ເພື່ອເປັນການຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ.
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ, ເຊິ່ງຈະຈັດຂຶ້ນໃນວັນທີ 11-14 ກໍລະກົດ 2023 ທີ່ ນະຄອນຫຼວງ ຈາກາກຕາ, ອິນໂດເນເຊຍ.
ແຈ້ງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ເພື່ອຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 - 16 ພຶດສະພາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົດສະຕຣາລີ.